ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ - 45321 - ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ
ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ - kitchen vibe - ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ວັນທີ 27 ກໍລະກົດ 2024, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ພາຍຫລັງດຳເນີນມາແຕ່ວັນທີ 21-27 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ສປປ ລາວ ວ່າ: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ໄດ້ປຶກສາຫາລືກັນໃນຫລາຍບັນຫາສຳຄັນ ເປັນຕົ້ນ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 9 ບູລິມະສິດ ຂອງປະທານອາຊຽນ ປີ 2024, ຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການຮ່າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິ ບັດວິໄສທັດປະຊາຄົມອາຊຽນ 2045 ເຊິ່ງຈະຖືກຮັບຮອງເອົາໃນປີໜ້າ, ສຳລັບບັນຫາກ່ຽວກັບການປົກປັກຮັກສາ ພາກພື້ນອາຊີຕາເວັນອອກສຽງໃຕ້ ໃຫ້ເປັນເຂດປອດອາວຸດນິວເຄລຍ, ກອງປະຊຸມ ໄດ້ຢ້ຳຄືນຄວາມໝາຍໝັ້ນ ທີ່ຈະສືບຕໍ່ພົວພັນກັບບັນດາປະເທດ ທີ່ມີອາວຸດນິວເຄລຍຄອບຄອງ ເພື່ອຊຸກຍູ້ໃຫ້ບັນດາປະເທດດັ່ງກ່າວ ເຂົ້າຮ່ວມ ອະນຸສັນຍາ ຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ໂດຍໄວ.

ພ້ອມນັ້ນ, ຍັງໄດ້ຮັບຮອງເອົາການສະໝັກເຂົ້າເປັນພາຄີສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ຂອງຕີມໍແລັດສະເຕ, ປັດຈຸບັນ ແມ່ນຢູ່ໃນຂັ້ນຕອນການກະກຽມ ເພື່ອໃຫ້ຕີມໍແລັດສະເຕ ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວໂດຍໄວ. ຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນງານສໍາລັບການເປັນສະມາຊິກສົມບູນອາຊຽນ ຂອງ ຕີມໍແລັດສະເຕ ເຊິ່ງໃນໄລຍະກອງປະຊຸມຄັ້ງນີ້, ລັດຖະມົນຕີຕ່າງປະເທດຂອງ ຕີມໍແລັດສະເຕ ໄດ້ເຂົ້າຮ່ວມທຸກໆກອງປະຊຸມໃນຖານະປະເທດສັງເກດການ.

ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ - Visit Laos Visit SALANA BOUTIQUE HOTEL - ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ມີຄວາມຍິນດີທີ່ຫລາຍປະເທດ ນອກພາກພື້ນສະແດງຄວາມສົນໃຈເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC). ສົນທິສັນຍາດັ່ງກ່າວ ແມ່ນກົດແຫ່ງການປະພຶດອັນສຳຄັນສຳລັບ ການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ. ປັດຈຸບັນ, ສົນທິສັນຍາ TAC ມີພາຄີທັງ ໝົດ 54 ພາຄີ. ພວກເຮົາຫວັງວ່າ ປະເທດ ອານເຊຣີ, ແຟງລັງ, ລຸກຊຳບວກ, ແອັດສະປາຍ ແລະ ເມັກຊິກ ຈະເຂົ້າຮ່ວມລົງນາມສົນທິສັນຍາດັ່ງກ່າວໃນໄວໆນີ້.

ກອງປະຊຸມ ຍັງໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຫລາຍສະບັບ ເປັນຕົ້ນແຜນປະຕິບັດງານເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ (2025-2029), ຖະແຫລງການຮ່ວມ ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານມະນຸດສະທໍາໃນການເກັບກູ້ລະເບີດ, ຖະແຫລງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ເພື່ອສະເຫລີມສະຫລອງການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ຂອງ ລັດເຊຍ ຄົບຮອບ 20 ປີ, ຖະແຫລງການຮ່ວມອາຊຽນ-ອັງກິດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ເພື່ອອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ, ຖະແຫລງການຜູ້ນໍາຮ່ວມອາຊຽນ-ສ ເກົາຫລີ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ຮ່ວມກອງປະຊຸມ ກັບລັດຖະມົນຕີຕ່າງປະເທດຂອງປະເທດຄູ່ເຈລະຈາ ອາຊຽນ ຈຳນວນ 11 ກອງປະຊຸມຄື: ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ການາດາ, ຈີນ, ສະຫະພາບເອີຣົບ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ສະຫະພັນຣັດເຊຍ, ສະຫະລັດ ອາເມລິກາ ແລະ ອັງກິດ ເຊິ່ງໄດ້ທວນຄືນຄວາມຄືບໜ້າໃນການຮ່ວມມືລະຫວ່າງອາຊຽນ ແລະ ແຕ່ລະປະເທດຄູ່ເຈລະຈາ ໃນຊຸມປີທີ່ຜ່ານມາ ແລະ ໄດ້ກຳນົດທິດທາງໃນຕໍ່ໜ້າສຳລັບການຮ່ວມມື ໂດຍມີເປົ້າໝາຍ ເພື່ອເພີ່ມທະວີການຮ່ວມມືຢ່າງໃກ້ຊິດ ໃນຂົງເຂດທີ່ມີທ່າແຮງເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການເຊື່ອມຈອດ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພະລັງງານ, ຊາວໜຸ່ມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ອື່ນໆ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີຕ່າງປະເທດ ຂອງເວທີພາກພື້ນອາຊຽນ (ARF) ຈາກ 27 ປະເທດ ໄດ້ພົບກັນ ໃນກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 31 ເຊິ່ງໄດ້ທົບທວນຄືນການຈັດ ຕັ້ງປະຕິບັດບັນດາກິດຈະກໍາ ກາງສະໄໝ ສໍາລັບສົກ 2023-2024 ແລະ ໄດ້ຮັບຮອງເອົາ ບັນຊີກິດຈະກໍາຂອງເວທີພາກພື້ນອາຊຽນ ທີ່ຈະຈັດຕັ້ງປະຕິບັດໃນສົກ 2024-2025. ໃນນີ້, ສະມາຊິກເວທີພາກພື້ນອາຊຽນ ໄດ້ຢໍ້າຄືນຄວາມສໍາຄັນຂອງ ເວທີພາກພື້ນອາຊຽນ ໃນຖານະທີ່ເປັນເວທີ ທີ່ມີຄວາມກວມລວມ ສໍາລັບການປຶກສາຫາລືແບບສ້າງສັນ,  ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມືພາກພື້ນ ດ້ານຄວາມປອດໄພຂອງເຮືອກໍາປັ່ນ.

ໃນທຸກໆກອງປະຊຸມ ທີ່ໄດ້ຈັດຂຶ້ນໃນຄັ້ງນີ້, ໄດ້ມີການແລກປ່ຽນຄວາມຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ເຊັ່ນ: ສະພາບການຢູ່ມຽນມາ, ແຫລມເກົາຫລີ, ອູແກຣນ ແລະ ຕາເວັນອອກກາງ ເປັນຕົ້ນ.

ໝາກຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຈະເປັນພື້ນຖານອັນສໍາຄັນ ໃຫ້ແກ່ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນ ທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024ນີ້, ຢູ່ນະຄອນຫລວງວຽງຈັນ.

ຂ່າວ: ປະເທດລາວ

ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ - 4 - ຖະແຫລງຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມທີ່ກ່ຽວຂ້ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!