ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ

ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - 453630169 1039056584574464 3280857825571100732 n - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ
ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - kitchen vibe - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ

ວັນທີ 29 ກໍລະກົດ 2024 ແຂວງເຊກອງ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບັນດາບໍລິສັດການລົງທຶນ ເຂົ້າຮ່ວມ.

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໄດ້ລາຍງານວ່າ: ປັດຈຸບັນ ທົ່ວແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ທັງໝົດ 124 ໂຄງການ ມູນຄ່າຕາມສັນຍາ 9,547 ລ້ານໂດລາ ແລະ ຄາດຄະເນການຈັດຕັ້ງປະຕິບັດຕົວຈິງປະມານ 3,239 ລ້ານໂດລາ ຫຼື ປະມານ 35% ຂອງມູນຄ່າທັງໝົດ ໃນນີ້, ການລົງທຶນຂອງເອກະຊົນພາຍໃນ 79 ໂຄງການ, ມູນຄ່າ 2,059 ລ້ານໂດລາ ກວມເອົາ 61.62% ແລະ ການລົງທຶນຂອງເອກະຊົນຕ່າງປະເທດ 45 ໂຄງການ ມູນຄ່າ 1,311 ລ້ານໂດລາ ກວມເອົາ 38.37%ຊຶ່ງໂຄງການທັງໝົດ ນອນຢູ່ໃນຂັ້ນຕອນເຮັດບົດບັນທຶກຄວາມເຂົ້າໃຈ (MOU) 34 ໂຄງການ, ຂັ້ນຕອນພັດທະນາໂຄງການ (PDA) 51 ໂຄງການ ແລະ ນອນໃນສັນຍາເຊົ່າ-ສໍາປະທານ ກັບພະແນກການເງິນແຂວງ 44 ໂຄງການ. ພ້ອມນີ້, ນອນໃນຂົງເຂດພະລັງງານໄຟຟ້າ 55 ໂຄງການ ມູນຄ່າ 2,902 ລ້ານໂດລາ ກວມເອົາ 86.83%, ນອນໃນຂົງເຂດບໍ່ແຮ່ 24 ໂຄງການ ມູນຄ່າ 1,012 ລ້ານໂດລາ ກວມເອົາ 10.59%, ນອນໃນຂົງເຂດກະສິກຳ-ປ່າໄມ້ 35 ໂຄງການ ມູນຄ່າ 225 ລ້ານໂດລາ ກວມເອົາ 2.35% ແລະ ນອນໃນຂົງເຂດບໍລິການ-ການທ່ອງທ່ຽວ 11 ໂຄງການ ມູນຄ່າ 8.06 ລ້ານໂດລາກວມເອົາ 0.24% ຂອງມູນຄ່າທັງໝົດ.

ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - Visit Laos Visit SALANA BOUTIQUE HOTEL - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ
ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - Visit Laos Visit SALANA BOUTIQUE HOTEL - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ພາຍໃຕ້ສັນຍາ ວ່າດ້ວຍການສຶກສາສໍາຫຼວດ, ການພັດທະນາ ແລະ ສັນຍາກໍ່ສ້າງ ທີ່ສູນກາງ ແລະ ທ້ອງຖິ່ນອະນຸຍາດໃຫ້ບໍລິສັດ ກໍຄືການຕິດຕາມ, ກວດກາ ແລະ ການຄົ້ນຄວ້າປຶກສາຫາລືຂະແໜງການກ່ຽວຂ້ອງໃນຈໍານວນ 124 ໂຄງການ ຄື: ໂຄງການປະເພດ A ມີ 15 ໂຄງການ: ຂົງເຂດພະລັງງານໄຟຟ້າ 6 ໂຄງການ, ບໍ່ແຮ່ 3 ໂຄງການ, ກະສິກໍາ 4 ໂຄງການ ແລະ ບໍລິການ 2 ໂຄງການ. ໂຄງການປະເພດ B ມີ 96 ໂຄງການ: ຂົງເຂດພະລັງງານໄຟຟ້າ 47 ໂຄງການ, ບໍ່ແຮ່ 14 ໂຄງການ, ກະສິກໍາ 26 ໂຄງການ ແລະ ຂົງເຂດບໍລິການ 8 ໂຄງການ. ໂຄງການປະເພດ C ມີ 13 ໂຄງການ: ຂົງເຂດໄຟຟ້າ 2 ໂຄງການ, ບໍ່ແຮ່ 5 ໂຄງການ ແລະ ຂົງເຂດກະສິກໍາ 5 ໂຄງການ.

ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - 453436980 1039056661241123 8050000996550515699 n - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ

ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - 5 - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ
ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - 4 - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ
ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ - 3 - ແຂວງເຊກອງ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ 124 ໂຄງການ