6 ເດືອນຕົ້ນປີ ເມືອງແກ່ນທ້າວ ສົ່ງອອກສິນຄ້າ 3 ແສນກວ່າໂຕນ ມູນຄ່າ 38 ລ້ານກວ່າໂດລາ
July 31, 2024 - 4:25 PM


ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ລາຍງານວ່າ: ໃນ 6 ເດືອນຕົ້ນປີ 2024, ເມືອງແກ່ນທ້າວສົ່ງສິນຄ້າອອກຕ່າງປະເທດ ໄດ້ທັງໝົດ 313,800 ກວ່າໂຕນ ລວມມູນຄ່າທັງໝົດ 38 ລ້ານກວ່າໂດລາສະຫະລັດ. ໃນນີ້ມີ ມັນຕົ້ນແຫ້ງ 239,600 ກວ່າໂຕນ, ສາລີ 64,250 ໂຕນ, ໝາກເດືອຍຂັດຂາວ 3,750 ກວ່າໂຕນ, ກາກມັນຕົ້ນ 3,000 ກ່ວາໂຕນ, ຖົ່ວແດງຫລາຍກວ່າ 1,660 ໂຕນ, ສາລີ 1,500 ໂຕນ, ໝາກງາ 44 ໂຕນ ແລະ ໝາກຫຍ້າລູຊີ 38 ໂຕນ.
ນອກນີ້, ຍັງໄດ້ອອກໃບຢັ້ງຢືນແຫລ່ງກໍາເນີດສິນຄ້າພາຍໃນເມືອງ, ແຂວງ ແລະ ຕ່າງແຂວງ ມູນຄ່າ ຫລາຍກວ່າ 6 ຕື້ກີບ. ໃນນີ້, ເຂົ້າເປືອກ, ຄວາຍ, ງົວ, ມ້າ, ໝູພັນ ແລະ ໝູລາດ.
ຂໍ້ມູນ: ເມືອງແກ່ນທ້າວ