ມາເນ ອາດພັກຍາວຈົນຈົບລະດູການນີ້
April 4, 2017 - 6:29 PM
ລິເວີພູລ ອາດພົບປັນຫາ ໃຫຍ່ ເມື່ອ ຊາດິໂອ ມາເນ ປີກຕົວ ເກັ່ງຂອງທີມອາດບໍ່ໄດ້ກັບມາລົງຊ່ວຍທີມອີກໃນລະດູການນີ້ ຫລັງ ມາເນ ປະທະກັບ ເລຕັນ ເບນ ແບັກຊ້າຍຂອງ ເອຟເວີຕັນ ຈົນ ຕ້ອງຖືກປ່ຽນຕົວອອກໃນເກມ ລີກນັດທີ່ ລິເວີພູລ ຖະຫຼົ່ມ ເອຟເວີ ຕັນ 3-1 ໃນວັນເສົາຜ່ານມາ.
ທັງນີ້ ມາເນ ເຂົ້າຮັບການ ສະແກນອາການບາດເຈັບໄປໃນວັນອາທິດຜ່ານມາ ແຕ່ຫົວເຂົ່າ ຂອງລາວຍັງຄົງມີອາການບວມ ເກີນກວ່າທີ່ຈະກວດອາກການ ຢ່າງລະອຽດໄດ້ ຈົນລ່ວງເລີຍມາ ເຖິງວັນຈັນຜ່ານມາ ແລະ ເຖິງວ່າ ຈະເປັນທີ່ຄາດວ່າອາການບາດ ເຈັບດັ່ງກ່າວບໍ່ໜ້າຈະແມ່ນອາ ການບາດເຈັບທີ່ເອັນຫົວເຂົ່າ ແຕ່ ມັນກໍຍັງມີໂອກາດທີ່ລາວເອງ ອາດຈະຕ້ອງຮັບການຜ່າຕັດ ເຊິ່ງ ໝາຍຄວາມວ່າໂອກາດທີ່ ມາເນ ຈະກັບມາລົງຫຼິ້ນບໍ່ໄດ້ອີກໃນລະ ດູການນີ້