ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ

ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ - 26545 - ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ
ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ - kitchen vibe - ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ

  ວັນທີ 30 ກໍລະກົດ 2024, ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ນຳຕົວຜູ້ກໍ່ເຫດພະຍາຍາມຄາຕະກຳຜູ້ອື່ນ ມາຈຳລອງເຫດການຄືນ ເພື່ອປະກອບຄຳຮັບສາລະພາບ ແລະ ປະກອບສຳນວນສົ່ງໄອຍະການຖະແຫລງສັ່ງຟ້ອງຕັດສິນຄະດີຕາມຂັ້ນຕອນກົດໝາຍ.

   ເຈົ້າໜ້າທີ່ ປກສ ລາຍງານວ່າ: ເຫດການດັ່ງກ່າວ ເກີດຂຶ້ນ ເມື່ອວັນທີ 12 ເມສາ 2024 ເມື່ອ ທ້າວສຸລິວັນ ຫລື ຜິວ (ຜູ້ກໍ່ເຫດ) ຢູ່ບ້ານປຶ່ງ ເມືອງສົບເບົາ ແຂວງຫົວພັນ, ໄດ້ອອກຈາກເຮືອນໄປຢາມພີ່ນ້ອງ ຢູ່ບ້ານລ້ອງຮົ່ມ ເມືອງດຽວກັນ ແລະ ໄດ້ກິນເຂົ້າສາມັກຄີພົບປະສັງສັນນຳກັນຈົນມຶນເມົາ. ຮອດເວລາປະມານ 14:30 ໂມງ ຜູ້ກ່ຽວຈຶ່ງໄດ້ຄອບລາພີ່ນ້ອງແລ້ວກັບໄປເຮືອນ, ໃນຂະນະທີ່ຂັບຂີ່ລົດຈັກກັບເຮືອນນັ້ນ ໄດ້ໄປຕຳໃສ່ກອງຫີນຢູ່ກາງທາງແຕ່ບໍ່ບາດເຈັບ ແລະ ບ່ອນເກີດເຫດຢູ່ໃກ້ເຮືອນກັບດີແດ່, ຜູ້ກ່ຽວກໍລຸກຂຶ້ນແລ້ວຍ່າງໄປຫາໝູ່ຢູ່ເຮືອນດີເພື່ອຊວນເອົາໝູ່ໄປກິນໄປດື່ມນຳກັນ ແຕ່ບໍ່ມີໃຜໄປນຳ

  ຍ້ອນແນວນັ້ນຈຶ່ງໃຈຮ້າຍ ແລະ ໄດ້ເວົ້າໃຫ້ເຂົາເຈົ້າຫລາຍຢ່າງ ແລ້ວຍ່າງກັບໄປເອົາເງິນຢູ່ເຮືອນ 400,000 ກີບ ພ້ອມປືນແຕ່ງລູກແມັກ ແລະ ມີດແຫລມ 1 ດວງ ແລ້ວຍ່າງກັບຄືນມາຊວນໝູ່ໄປກິນໄປດື່ມນຳອີກ ແຕ່ບໍ່ມີໃຜໄປນຳ, ຜູ້ກ່ຽວຈຶ່ງເກີດຄວາມໂມໂຫ ຈັບປືນຍິງໃສ່ຫົວທ້າວອ້ອຍ 1 ບາດ ແຕ່ລູກປືນບໍ່ແຕກ ແລະ ພະຍາຍາມຈະຍິງໃສ່ອີກ ແຕ່ມີຄົນມາຊ່ວຍດຶງປືນໄວ້  ແລະ ຜູ້ກ່ຽວຈຶ່ງເອົາທ້າຍປືນທັບໃສ່ຫົວທ້າວອ້ອຍ ຈົນບາດເຈັບຫົວແຕກ ແລ້ວຫລົບໜີໄປ.

ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງສົບເບົາໄດ້ພະຍາຍາມ ຕິດຕາມນຳຈັບຕົວຜູ້ກ່ຽວ ແລະ ໃນທີ່ສຸດກໍ່ສາມາດນຳຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍໄດ້.

ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ - 5 - ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ
ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ - 3 - ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ
ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ - 4 - ຊວນໝູ່ໄປກິນໄປດື່ມນຳ ແຕ່ໝູ່ບໍ່ໄປ ເກີດໃຈຮ້າຍໃຊ້ປືນຍິງໝູ່ ແລ້ວຫລົບໜີ