ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ

ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ - 6580 - ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ
ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ - kitchen vibe - ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ

ວັນທີ 1 ສິງຫາ 2024 ນີ້, ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມປຶກສາຫາລືສົ່ງເສີມການນໍາໃຊ້ເງິນກີບ ແລະ ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃນຂົງເຂດການສຶກສາ (ການຕິດຕາມກວດກາ ການໂຄສະນາ, ການຊຳລະ ແລະ ການຮັບໃຊ້ຊໍາລະຄ່າບໍລິການການສຶກສາ) ຂຶ້ນທີ່ສໍານັກງານ ທຫລ, ເປັນປະທານຂອງທ່ານ ສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ແລະ ທ່ານ ນາງ ດາລາວອນ ສິດທິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ.

ກອງປະຊຸມຄັ້ງນີ້ໄດ້ແລກປ່ຽນບົດຮຽນຫລາຍບັນຫາ ແລະ ໄດ້ຮັບຟັງການເຜີຍເອກະສານສໍາຄັນຕ່າງໆຫລາຍສະບັບເປັນຕົ້ນແມ່ນ ກົດໝາຍ, ນິຕິກໍາ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຈາກພະແນກກ່ຽວຂ້ອງຂອງກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຫລາຍຂຶ້ນ ກ່ຽວກັບບັນຫາດັ່ງກ່າວເພື່ອເປັນການຊຸກຍູ້ສົ່ງເສີມ ການຊົມໃຊ້ເງິນກີບໃນການໃຊ້ຈ່າຍຕ່າງໆພາຍໃນປະເທດເຮົາ, ສະເພາະຂົງເຂດການສຶກສາກໍເປັນຂົງເຂດໜຶ່ງທີ່ລະດົມໃຫ້ໃຊ້ຈ່າຍເປັນເງິນກີບໃນການເສຍຄ່າໂຮງຮຽນ, ຈ່າຍເງິນເດືອນໃຫ້ພະນັກງານຄູອາ ຈານ ແລະ ການຈັດຊື້ອຸປະກອນການຮຽນ-ການສອນຕ່າງໆ, ເນື່ອງຈາກຜ່ານມາອາດມີບາງສະຖາບັນການສຶກສາ ທີ່ເກັບຄ່າຮຽນເປັນເງິນຕາຕ່າງປະເທດ ທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ປົກຄອງນັກຮຽນ ທີ່ບໍ່ມີເງິນຕາຕ່າງປະເທດ ຕ້ອງໄດ້ເອົາເງິນກີບໄປແລກປ່ຽນເອົາເງິນຕາຕ່າງປະເທດມາຈ່າຍຄ່າຮຽນ.

ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ - Visit Laos Visit SALANA BOUTIQUE HOTEL - ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ
ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ - Visit Laos Visit SALANA BOUTIQUE HOTEL - ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ

ທັງນີ້ກໍເປັນການປຸກລະດົມທຸກຂົງເຂດວຽກງານ ແລະ ທຸກພາກສ່ວນໃນສັງຄົມພ້ອມກັນໃຊ້ເງິນກີບ ແລະ ຫລຸດຜ່ອນການໃຊ້ຈ່າຍເງິນຕາຕ່າງປະເທດ ເພື່ອເປັນການແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ.

ຜ່ານມາກົມຄຸ້ມຄອງ ເງິນຕາຕ່າງປະເທດ ໄດ້ຈັດກອງປະຊຸມຫາລືສົ່ງເສີມມາແລ້ວຫລາຍຂົງເຂດ, ໃນນັ້ນກໍມີຂົງເຂດຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທີ່ຊຸກຍູ້ໃຫ້ນັກທ່ອງທ່ຽວໃຊ້ຈ່າຍເປັນເງິນກີບ ໂດຍລວມແລ້ວ ທຫລ ມີເປົ້າໝາຍການຈະແກ້ໄຂບັນຫາໃດໜຶ່ງໄດ້ນັ້ນ ມັນຕ້ອງອາໄສທຸກພາກສ່ວນໃນສັງຄົມລາວເຮົາ ເປັນເຈົ້າການນໍາກັນ ແລະ ພ້ອມກັນຈັດຕັ້ງປະຕິບັດຈະມີຜົນສຳເລັດໃນຕໍ່ໜ້າຢ່າງແນ່ນອນ.

ຂ່າວ: ວຽງຈັນໃໝ່

ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ - 4 - ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ
ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ - 3 - ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ
ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ - 5 - ທະນາຄານແຫ່ງ ສປປ ລາວ ຊຸກຍູ້ໂຮງຮຽນພາກເອກະຊົນ ນໍາໃຊ້ເງິນກີບໃນການຊຳລະຄ່າຮຽນ ແລະ ຄ່າໃຊ້ຈ່າຍຕ່າງໆ