ນັກກິລາດອກປິກໄກ່ລາວ ຜ່ານເຂົ້າຮອບ 16 ທີມໃນ 4 ລາຍການ
November 2, 2017 - 3:57 PM




ການແຂ່ງຂັນດອກປີກ ໄກ່ລະດັບພາກພື້ນອາຊີລາຍ ການ BEERLAO INTERNATIONAL SERIES 2017 ມີການຊີງໄຊໃນ 5 ລາຍການ ຄື: ດ່ຽວຊາຍທົ່ວ ໄປ, ດ່ຽວຍິງທົ່ວໄປ, ຄູ່ຊາຍ ທົ່ວໄປ, ຄູ່ຍິງທົ່ວໄປ ແລະ ຄູ່ ປະສົມທົ່ວໄປ. ປັດຈຸບັນມີນັກ ກິລາແຈ້ງເຂົ້າຮ່ວມແລ້ວ 206 ກວ່າຄົນ ຈາກ 9 ປະເທດເຂົ້າ ຮ່ວມຄື ໄທ, ມາເລເຊຍ, ອິນ ໂດເນເຊຍ, ສິງກະໂປ, ຫວຽດ ນາມ, ມຽນມາ, ກໍາປູເຈຍ ບາເຣນ ແລະ ສປປ ລາວ.
ຂະນະທີ່ນັກກິລາລາວ ເຂົ້າຮ່ວມທັງໝົດ 24 ຄົນ (ຍິງ 6 ຄົນ) ສາມາດຜ່ານເຂົ້າ ຮອບ 16 ທີມສຸດທ້າຍໃນ 4 ລາຍການຄື: ປະເພດດ່ຽວ ຊາຍມີ 1 ຄົນຄື ທ້າວ ເຈຍລະ ໄນ ຫລວງອາມາດ 2. ປະ ເພດຄູ່ປະສົມມີ 2 ຄູ່ຄື ທ້າວ ວັນປະສິດຄູ່ກັບ ນາງ ບຸບຜາ ເກສອນ ແລະ ທ້າວ ດາວເພັດ ຄູ່ກັບ ນາງພອນສະຫວັນ 3. ປະເພດຄູ່ຊາຍມີ 2 ຄູ່ຄື ທ້າວ ໄຊສົມພອນ ຄູ່ກັບ ທ້າວ ພັນ ທະສອນ ແລະ ທ້າວ ວົງສຸວັນ ຄູ່ກັບ ທ້າວ ອາໄຊ 4. ປະເພດ ຄູ່ຍິງ ນາງ ບຸບຜາເກສອນ ຄູ່ ກັບ ນາງ ພອນສະຫວັນ