ສປປ ເກົາຫລີ ກຽມທົດລອງຍິງລູກສອນໄຟຄັ້ງໃໝ່
ສປປ ເກົາຫລີ ອາດຈະກຳລັງກຽມການທົດລອງຍິງລູກສອນໄຟອີກເທື່ອໃໝ່, ຈາກລາຍງານຂອງໜ່ວຍງານຂ່າວ ສ.ເກົາຫລີ ໃນວັນທີ 2 ພະຈິກ ກ່ອນປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ຈະເດີນທາງຢ້ຽມຢາມແຫລມເກົາຫລີ.
ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງເຊອຸນ ປະເທດ ສ.ເກົາຫລີ ໃນວັນທີ 2 ພະຈິກວ່າ: ສຳນັກງານຂ່າວແຫ່ງຊາດ ສ.ເກົາຫລີ (NIS) ເປີດເຜີຍຕໍ່ຄະນະກຳມາທິການລັດຖະສະພາ ຢູ່ນະຄອນຫລວງເຊອຸນ ລະຫວ່າງກອງປະຊຸມລັບ ໃນວັນທີ 2 ພະຈິກວ່າ: ມີຄວາມເປັນໄປໄດ້ສູງທີ່ ສປປ ເກົາຫລີ ຈະຍິງລູກສອນໄຟ ເນື່ອງຈາກກວດສອບພົບການເຄື່ອນໄຫວຜິດປົກກະຕິ ຂອງຍານຍົນພາຍໃນສູນວິໄຈລູກສອນໄຟ ຢູ່ນະຄອນຫລວງພຽງຢາງ.
https://www.youtube.com/watch?time_continue=1&v=jdDXvQV6wIw
ເດືອນກໍລະກົດຜ່ານມາ, ສປປ ເກົາຫລີ ທົດລອງລູກສອນໄຟແບບຂ້າມທະວີບ (ICBM) 2 ລູກ ທີ່ມີໄລຍະຍິງໄກເຖິງອາເມລິກາ ແລະ ທ່ານ ກິມຈອງອິນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ກ່າວວ່າ: ເປັນຂອງຂວັນສຳລັບ “ຊາວອາເມລິກາ” ຕິດຕາມດ້ວຍການຍິງລູກສອນໄຟອີກ 2 ລູກ ຜ່ານນ່ານຟ້າຍີ່ປຸ່ນ ແລະ ການທົດລອງນິວເຄຼຍຄັ້ງທີ 6 ສົ່ງຜົນໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.
ທ່າມກາງການເດີນທາງຢ້ຽມຢາມທາງການທູດສູ່ພາກພື້ນຂອງບຸກຄົນຕ່າງໆ, ທ່ານ ເຢນ ສຕອລເຕນເບິກ ເລຂາທິການອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ກ່າວໃນລະຫວ່າງຖະແຫລງຂ່າວ ຢູ່ສະຖາບັນສຶກສານະໂຍບາຍອາຊານ ໃນນະຄອນຫລວງເຊອຸນ ວັນທີ 2 ພະຈິກວ່າ: ເປົ້າໝາຍດ້ານອາວຸດຂອງ ສປປ ເກົາຫລີ ໄດ້ກາຍເປັນ “ໄພຄຸກຄາມຕໍ່ໂລກ” ໂດຍອາເມລິກາ ແລະ ເອີຣົບໃກ້ຈະຢູ່ໃນລັດສະໝີໂຈມຕີຂອງລູກສອນໄຟພຽງຢາງ.