ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງ

- Untitled 2 copy 1 - ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງ
- kitchen vibe - ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງ

- Untitled 2 copy 1 300x195 - ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງໂອລິມປິກ ມາກເຊ ຍອດ ທີມຈາກລີກເອິງ ຝຣັ່ງ ຕັດສິນ ໃຈລົງໂທດ ປາທຣິດ ເອຟຣາ ແບບບໍ່ມີກຳນົດ ຫຼັງກ່ໍເຫດເຕະ ກ້ານຄໍກອງເຊຍຂອງໂຕເອງບໍລິເວນຂ້າງສະໜາມລະ ຫວ່າງອົບອຸ່ນຮ່າງການ ກ່ອນ ໜ້າເກມ ຢູໂຣປາລີກ ຮອບ ແບ່ງກຸ່ມ ກຸ່ມ I ທີ່ ໂອລິມປິກ ມາກເຊ ບຸກໄປເສຍໃຫ້ ວິກຕໍ ເຣຍ ກິມາໄຣ 1-0 ທີ່ ໂປຣຕຸ ເກດ ໃນວັນພະຫັດຜ່ານມາ.
ມາກເຊ ລະບຸໃນຖະແຫຼງ ການວ່າ: “ໃນຖານະມືອາຊີບ ແລະ ຜູ້ຫຼິ້ນທີ່ມີປະສົບການ ປາທຣິດ ເອຟຣາ ບໍ່ຄວນຕອບ ສະໜອງໃນແນວທາງທີ່ບໍ່ ເໝາະສົມແບບນັ້ນ”.
ແນວໃດກໍຕາມ ມາກເຊ ຢືນຢັນວ່າພຶດຕິກຳຂອງກອງ ເຊຍທີ່ດ່ານັກເຕະທີມໂຕເອງ ຕະຫຼອດໄລຍະເວລາອົບອຸ່ນ ຮ່າງກາຍແທນທີ່ຈະສົ່ງສຽງ ເຊຍກໍເປັນສິ່ງທີ່ບໍ່ສາມາດ ຍອມຮັບໄດ້ ແລະ ກຳລັງລໍຖ້າ ຢູ່ລະຫວ່າງສອບສວນຫາຂໍ້ແທ້ຈິງ ເພື່ອເອົາຜິດບັນດາກອງ ເຊຍເຊັ່ນດຽວກັນ.
ທັງນີ້ ສະຫະພັນບານເຕະ ເອີຣົບ ຫຼື ຢູຟາ ກໍໄດ້ຕັ້ງຂໍ້ຫາມີ ພຶດຕິກຳຮ້າຍແຮງກັບ ເອຟຣາ ເຊິ່ງ ເອຟຣາ ຈະຖືກລົງໂທດ ຢ່າງໜ້ອຍ 1 ນັດ ແລະ ຄາດ ວ່າເມື່ອລວບລວມຫຼັກຖານຄົບໝົດມີສິດທີ່ລາວເອງຈະຖືກລົງ ໂທດຍາວຄືກັບ ເອຣິກ ຄັນໂຕ ນາ ຕຳນານນັກເຕະ ແມນເຊສ ເຕີ ຢູໄນເຕັດ ທີ່ເຄີຍເຮັດຜິດໃນ ກໍລະນີຄ້າຍຄືກັນກັບການ ໂດດຖີບກອງເຊຍຂອງ ຄຣິສ ຕັນ ພາເລດ ໃນປີ 1995.

 

- Visit Laos Visit SALANA BOUTIQUE HOTEL - ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງ
- 5 - ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງ
- 4 - ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງ
- 3 - ໂອລິມປິກ ມາກເຊ ສັ່ງລົງໂທດ ເອຟຣາ ກໍລະນີເຕະກ້ານຄໍກອງເຊຍຂອງໂຕເອງ