ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ

ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ - 449675422 1033059172156674 2142867799680906843 n - ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ
ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ - kitchen vibe - ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ

ວັນທີ 8 ສິງຫາ 2024  ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ເຂົ້າຮ່ວມເປັນປະທານກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ວ່າດ້ວຍການຂຶ້ນບັນຊີເກັບກູ້, ຄຸ້ມຄອງອາວຸດເສິກ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ, ມີ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ-ອົງການທຽບເທົ່າ, ຫ້ອງວ່າການກະຊວງ, ກົມໃຫຍ່, ກົມ-ກອງອ້ອມຂ້າງກະຊວງ, ປກສ ນະຄອນຫລວງວຽງຈັນ, ປກສ ແຂວງ ໃນຂອບເຂດທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ - 454466801 1033059202156671 8487565540876174622 n 1024x683 - ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ

ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຮັບຜິດຊອບຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງໄດ້ມີຄວາມເອົາໃຈໃສ່ສູງຕໍ່ກັບການຈັດຕັ້ງປະຕິບັດວຽກງານຂຶ້ນບັນຊີ, ເກັບກູ້, ຄຸ້ມຄອງອາວຸດເສິກ ແລະ ວັດຖຸລະເບີດ ທີ່ມີຜົນສໍາເລັດຫຼາຍດ້ານ ພ້ອມທັງເນັ້ນໜັກໃຫ້ບັນດາກະຊວງ-ອົງການທຽບເທົ່າ, ຫ້ອງວ່າການກະຊວງ, ກົມໃຫຍ່, ກົມ-ກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ນະຄອນຫຼວງ ແລະ ບັນດາ ປກສ ແຂວງໃນຂອບເຂດທົ່ວປະເທດ ສືບຕໍ່ເພີ່ມທະວີເຄື່ອນໄຫວຈັດຕັ້ງປະຕິບັດຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ ເປັນຕົ້ນມອບໃຫ້ຄະນະກຳມະການທີ່ຮັບຜິດຊອບວຽກງານດັ່ງກ່າວຢູ່ໃນຂະແໜງການຂອງຕົນ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດັ່ງນີ້:

ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ - Visit Laos Visit SALANA BOUTIQUE HOTEL - ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ

1. ຄະນະກຳມະການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ ຢູ່ຂະແໜງ ການຕ່າງໆ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງກວດກາຄືນກົງຈັກການຈັດຕັ້ງຂັ້ນຂອງຕົນ ໃຫ້ມີຄວາມຮັບປະກັນໃນການເຄື່ອນໄຫວເຮັດໜ້າທີ່ວຽກງານຕາມພາລະບົດບາດ.

2. ໃຫ້ຍູ້ແຮງໃນການຄຸ້ມຄອງ ແລະ ການຖອນອາວຸດປືນເສິກຂອງພະນັກງານ ຜູ້ທີ່ກະສຽນ ອາຍຸ, ໄດ້ຮັບອຸດໜູນບໍານານ ແມ່ນມອບໃຫ້ບັນດາກົມກອງ, ກອງບັນຊາການເປັນເຈົ້າການໃນການຖອນ ແລະ ເກັບກູ້ຄືນຕາມລະບຽບຫຼັກການ.

3. ມອບໃຫ້ບັນດາກົມວິຊາສະເພາະ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງໃນຂອບເຂດທົ່ວປະເທດ ປະຕິບັດຕາມພາລະບົດບາດ, ສິດໜ້າທີ່, ເປັນເຈົ້າການສັງລວມບັນຊີອາວຸດ ກັບພາກສ່ວນທີ່ເຫັນວ່າບໍ່ມີຄວາມຈໍາເປັນນໍາໃຊ້ ແລະ ອາວຸດທີ່ໄດ້ມາຈາກການດໍາເນີນຄະດີ ເພື່ອຖອນ, ເກັບກູ້ຕາມລະບຽບຫຼັກການ ແລະ ດຳເນີນໃຫ້ສຳເລັດໂດຍໄວ.

4. ເພີ່ມທະວີການປະສານສົມທົບ ກັບພາກສ່ວນອື່ນທີ່ກ່ຽວຂ້ອງໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມ, ເຫັນໄດ້ຄວາມອັນຕະລາຍຂອງອາວຸດ ແນ່ໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາອາວຸດໃຫ້ໄດ້; ເພື່ອຫຼຸດຜ່ອນຄວາມສ່ຽງຈາກການຊື້ຂາຍ, ມີໄວ້ໃນຄອບຄອງອາວຸດເສິກ ແລະ ທາດລະເບີດ.

5. ຄົ້ນຄວ້າສະໜອງງົບປະມານ ຮັບໃຊ້ວຽກງານການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ທາດລະເບີດ ໃຫ້ມີຄວາມຮັບປະກັນ, ຄະນະກຳມະການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ ແຕ່ລະຂະແໜງການ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຄົ້ນຄວ້າ ແລະ ຕອບສະໜອງງົບປະມານທີ່ຈໍາເປັນຮັບໃຊ້ການເຄື່ອນໄຫວວຽກງານໃນຂົງເຂດຂອງຕົນ ໃຫ້ມີຄວາມເໝາະສົມ ແລະ ທັນເວລາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ ຢູ່ໃນຂົງເຂດຄວາມຮັບຜິດຊອບຂັ້ນຂອງຕົນໃຫ້ມີປະສິດທິຜົນ ແລະ ບັນລຸໄດ້ບັນດາຄາດໝາຍທີ່ໄດ້ກໍານົດໃນແຜນການ.

ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ - 454449386 1033059255489999 2523014190936700258 n 1024x683 - ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ

ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ - 3 - ພົອ ວິໄລ ຫລ້າຄຳຟອງ ເນັ້ນໜັກ 5 ບັນຫາໃຫ້ບັນດາຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ ມີຮັບຜົນສໍາເລັດສູງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!