ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ

ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ - 222 5 - ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ
ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ - kitchen vibe - ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ
ວັນທີ 14 ສິງຫາ 2024, ສໍານັກຂ່າວຕ່າງປະເທດລາຍງານວ່າ: ພາຍຸຝົນຕົກໜັກຢູ່ພາກພື້ນອາຊີໃຕ້ ເຮັດໃຫ້ປະຊາຊົນເສຍຊີວິດຫລາຍຮ້ອຍຄົນ ນັບແຕ່ເດືອນມິຖຸນາຜ່ານມາ. ຂະນະທີ່ເຫດການນໍ້າຖ້ວມ ແລະ ດິນເຈື່ອນ ໄດ້ສ້າງຄວາມເສຍຫາຍຢ່າງກວ້າງຂວາງ ໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດມັກເກີດຂຶ້ນເລື້ອຍໆໃນໄລຍະລະດູລົມມໍລະສຸມ ນັບແຕ່ເດືອນ ມິຖຸນາ-ກັນຍາ, ແຕ່ຜູ້ຊ່ຽວຊານຫລາຍຄົນກ່າວວ່າ: ການປ່ຽນແປງສະພາບອາກາດກໍາລັງເຮັດໃຫ້ໄພພິບັດເຫລົ່ານີ້ເກີດຂຶ້ນຫລາຍກວ່າເກົ່າ ແລະ ຮຸນແຮງຍິ່ງຂຶ້ນ.

ທັງນີ້, ຈໍານວນຜູ້ເສຍຊີວິດນັບແຕ່ເດືອນມິຖຸນາຜ່ານມາຢູ່ອິນເດຍ, ເນປາ ແລະ ປາກິດສະຖານ ມີຢ່າງໜ້ອຍ 250 ຄົນ, 171 ຄົນ ແລະ 178 ຄົນ ຕາມລໍາດັບ. ຕາມຂໍ້ມູນຢ່າງເປັນທາງການຂອງແຕ່ລະປະເທດ.

ສໍາລັບອິນເດຍ ເຊິ່ງຜະເຊີນຄື້ນຄວາມຮ້ອນຍາວນານທີ່ສຸດເປັນປະຫວັດສາດ. ໄລຍະບໍ່ເທົ່າໃດເດືອນກ່ອນໜ້ານີ້ ຜູ້ຊ່ຽວຊານດ້ານສະພາບອາກາດຂອງ ນິວເດລີ ລະບຸວ່າ: ພາຍຸຝົນຮຸນແຮງທີ່ເຂົ້າມາແທນອາກາດຮ້ອນ ເຮັດໃຫ້ເກີດອຸທົກກະໄພ ແລະ ດິນເຈື່ອນເປັນວົງກວ້າງ, ກົມອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (IMD) ປະກາດເຕືອນວ່າ ໃນອາທິດນີ້ຈະມີ “ຝົນຕົກໜັກ” ໃນຫລາຍລັດທາງຕອນໃຕ້ ແລະ ທາງຕາເວັນອອກສຽງເໜືອຂອງປະເທດ.

ສ່ວນ ເນປານມີຜູ້ເສຍຊີວິດຢ່າງໜ້ອຍ 171 ຄົນ ນັບແຕ່ຝົນມໍລະສຸມເລີ່ມຕົກໃນກາງເດືອນມິຖຸນາຜ່ານມາ ເຊິ່ງໃນຈໍານວນນີ້ເປັນຜູ້ເສຍຊີວິດຈາກເຫດດິນເຈື່ອນ 109 ຄົນ. ຂະນະທີ່ຜູ້ປະສົບໄພຄົນອື່ນເສຍຊີວິດຈາກເຫດການນໍ້າຖ້ວມ ແລະ ຟ້າຜ່າ.

ສຳລັບ ປາກິດສະຖານ ມີຜູ້ເສຍຊີວິດຢ່າງໜ້ອຍ 178 ຄົນ ເປັນເດັກ 92 ຄົນ ນັບແຕ່ຝົນເລີ່ມຕົກໃນເດືອນກໍລະກົດນີ້ ໂດຍບ້ານເຮືອນເປ່ເພເສຍຫາຍ ເປັນສາເຫດເຮັດໃຫ້ມີຜູ້ເສຍຊີວິດຫລາຍທີ່ສຸດ. ຕາມຂໍ້ມູນຈາກສໍານັກງານບໍລິຫານແກ້ໄຂໄພພິບັດແຫ່ງຊາດ (NDMA).

ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ - 5 - ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ
ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ - 4 - ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ
ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ - 3 - ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ
ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ - Visit Laos Visit SALANA BOUTIQUE HOTEL - ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ
ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ - Visit Laos Visit SALANA BOUTIQUE HOTEL - ຈໍານວນຜູ້ເສຍຊີວິດໃນລະດູມໍລະສຸມຂອງອາຊີໃຕ້ເພີ່ມຂຶ້ນຫລາຍ