ພະຍາດໝາກສຸກລີງສາຍພັນໃໝ່ມີຄວາມກັງວົນສໍ່າໃດ ? ເປັນຫຍັງ WHO ຕ້ອງປະກາດສະຖານະການສຸກເສີນດ້ານສາທາລະນະສຸກລະດັບໂລກຮອບ 2

ອົງການອະນາໄມໂລກ (WHO) ປະກາດໃຫ້ການລະບາດຂອງພະຍາດ Mpox ຫລື ພະຍາດໝາກສຸກລີງ (Monkeypox) ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ພາຍຫລັງພົບກໍລະນີການລະບາດໃນຫລາຍພື້ນທີ່ທາງພາກກາງ ແລະ ຕາເວັນອອກຂອງທະວີບອາຟຣິກາ.
ໂດຍຄັ້ງນີ້ຖືເປັນຄັ້ງທີ 2 ໃນຮອບ 2 ປີ ເຊິ່ງ WHO ເຄີຍປະກາດໃຫ້ພະຍາດນີ້ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນມາແລ້ວໃນປີ 2022.
ການລະບາດຂອງ Mpox ສ່ວນຫລາຍພົບຢູ່ຄອງໂກ ເຊິ່ງມີການແຜ່ລະບາດຮຸນແຮງ ແລະ ມີລາຍງານຜູ້ຕິດເຊື້ອເສຍຊີວິດແລ້ວຢ່າງໜ້ອຍ 450 ຄົນ ໂດຍພົບການລະບາດຫລາຍສຸດໃນຫລາຍບ້ານຫ່າງໄກເຂດປ່າດິບຊຸ່ມ ເຊິ່ງເປັນຈຸດແຕ່ລະປີຈະພົບຜູ້ຕິດເຊື້ອຫລາຍພັນຄົນ ແລະ ເສຍຊີວິດຫລາຍຮ້ອຍຄົນ ແລະ ກໍລະນີການຕິດເຊື້ອສ່ວນຫລາຍພົບໃນເດັກອາຍຸຕໍ່າກວ່າ 15 ປີ.
ພະຍາດ Mpox ເປັນພະຍາດຕິດເຊື້ອທີ່ເກີດຈາກໄວຣັສໝາກສຸກລີງ ຈັດຢູ່ໃນກຸ່ມດຽວກັບໄວຣັສທີ່ເຮັດໃຫ້ເກີດພະຂາດໄຂ້ທໍລະພິດ (Smallpox), ແຕ່ເປັນອັນຕະລາຍໜ້ອຍກວ່າ. ເມື່ອກ່ອນໄວຣັສຊະນິດນີ້ຕິດຕໍ່ຈາກສັດສູ່ຄົນ, ແຕ່ປັດຈຸບັນພົບວ່າສາມາດຕິດຕໍ່ຈາກຄົນສູ່ຄົນໄດ້.
ໄວຣັສ Mpox ແບ່ງອອກເປັນ 2 ກຸ່ມ ຫລື ເອີ້ນວ່າ: Clade 1 ແລະ Clade 2 ໂດຍໃນການປະກາດສະຖານະການສຸກເສີນດ້ານສາທາລະນະສຸກສາກົນປີ 2022 ພົບວ່າໄວຣັສ Mpox ທີ່ແຜ່ລະບາດໃນເວລານັ້ນເປັນໄວຣັສແບບ Clade 2 ອາການບໍ່ຮຸນແຮງ, ແຕ່ສໍາລັບຄັ້ງນີ້ພົບວ່າການລະບາດເກີດຈາກໄວຣັສໃນ Clade 1 ອາການຮຸນແຮງກວ່າ.
ໄລຍະປີ 2022 ພົບວ່າການລະບາດຂອງ Mpox ລຸກລາມເປັນວົງກວ້າງໄປເກືອບ 100 ປະເທດ ໃນບາງປະເທດຢູ່ເອີຣົບ ແລະ ອາຊີ, ແຕ່ສາມາດຄວບຄຸມໄດ້ດ້ວຍການສັກວັກຊີນໃຫ້ປະຊາກອນກຸ່ມສ່ຽງ.
ເຖິງຢ່າງໃດກໍຕາມ, ສໍາລັບໄວຣັສ Mpox ທີ່ລະບາດໃນຕອນນີ້ເປັນໄວຣັສກຸ່ມຍ່ອຍທີ່ເກີດຈາກການກາຍພັນ ເອີ້ນວ່າ: Clade 1b ນັບແຕ່ເດືອນກັນຍາປີຜ່ານມາ ແລະ ມີການແຜ່ລະບາດຢ່າງວ່ອງໄວ ໂດຍນັກວິທະຍາສາດຊີ້ວ່າ: ໄວຣັສ Mpox ສາຍພັນໃໝ່ນີ້ “ມີຄວາມອັນຕະລາຍຫລາຍກວ່າ”.
ດ້ານສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ແຫ່ງອາຟຣິກາ ເປີດເຜີຍວ່າ: ນັບແຕ່ຕົ້ນປີຈົນຮອດເດືອນກໍລະກົດຜ່ານມາ ພົບຜູ້ຕິດເຊື້ອ Mpox ແລ້ວຫລາຍກວ່າ 14,500 ຄົນ ແລະ ເສຍຊີວິດ 450 ກວ່າຄົນ ໂດຍອັດຕາການຕິດເຊື້ອເພີ່ມຂຶ້ນ 160% ແລະ ເສຍຊີວິດເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະເວລາດຽວກັນໃນປີ 2023.
ການລະບາດຂອງພະຍາດ Mpox 96% ພົບຢູ່ຄອງໂກ ກ່ອນຈະແຜ່ລະບາດໄປຫລາຍປະເທດໃກ້ຄຽງຄື: ບຸຣຸນດີ, ເກນຢາ, ເຣວັນດາ ແລະ ອູກັນດາ.
ໂດຍຢູ່ຄອງໂກ ປະຊາຊົນຈໍານວນຫລາຍປະສົບບັນຫາການເຂົ້າເຖິງວັກຊີນ ແລະ ຢາ. ຂະນະທີ່ຜູ້ຊ່ຽວຊານຊີ້ວ່າ: ເຊື້ອ Mpox ສາຍພັນໃໝ່ອາດລະບາດໄດ້ງ່າຍຂຶ້ນ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນໃນເດັກ ແລະ ຜູ້ໃຫຍ່.
ອາການເລີ່ມຕົ້ນຂອງພະຍາດຊິດນີ້ຄື: ມີໄຂ້ສູງ, ເຈັບຫົວ, ເກີດອາການບວມໄຂ່, ເຈັບຫລັງ ແລະ ປວດເມື່ອຍກ້າມຊີ້ນ.
ໂດຍເມື່ອໄຂ້ຫລຸດລົງອາດເກີດຜືນຂຶ້ນ ເຊິ່ງມັກຈະເລີ່ມຢູ່ໃບໜ້າແລ້ວລາມໄປສ່ວນອື່ນໆຂອງຮ່າງກາຍ ສ່ວນຫລາຍຄືຝ່າມື ແລະ ຝ່າຕີນ ແລະ ບາງຄົນທີ່ຮ້າຍແຮງອາດເກີດຜືນລຸກລາມລາມໄປທົ່ວຮ່າງກາຍ ໂດຍສະເພາະຢູ່ປາກ, ຕາ ແລະ ອະໄວຍະວະເພດ ເຊິ່ງຜືນທີ່ເກີດຂຶ້ນຈະມີອາການຄັນ ຫລື ເຈັບປວດ. ຂະນະທີ່ການຕິດເຊື້ອຈະຄົງຢູ່ປະມານ 14-21 ວັນ ແລະ ມັກຈະເຊົາໄດ້ເອງ.
Mpox ແຜ່ລະບາດຈາກຄົນສູ່ຄົນຜ່ານການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ເຊິ່ງລວມທັງການມີເພດສໍາພັນ, ການສໍາຜັດຜິວໜັງ, ການເຈລະຈາ ຫລື ຫາຍໃຈໃກ້ຊິດ ໂດຍໄວຣັສສາມາດເຂົ້າສູ່ຮ່າງກາຍໄດ້ຜ່ານຜິວໜັງທີ່ເປັນບາດແຜ, ທາງເດີນຫາຍໃຈ, ທາງຕາ, ດັງ ຫລື ປາກ. ອີກທັງຍັງສາມາດແຜ່ລະບາດຜ່ານການສໍາຜັດສິ່ງຂອງທີ່ປົນເປື້ອນເຊື້ອໄວຣັສເຊັ່ນ: ຜ້າປູບ່ອນນອນ, ເສື້ອຜ້າ ແລະ ຜ້າເຊັດໂຕ.
ນອກຈາກນີ້, ການສໍາຜັດໃກ້ຊິດກັບສັດທີ່ໄດ້ຮັບເຊື້ອເຊັ່ນ: ລີງ, ໜູ ແລະ ກະຮອກ ອາດເຮັດໃຫ້ເກີດການຕິດເຊື້ອໄດ້ເຊັ່ນກັນ.
ສໍາລັບກຸ່ມທີ່ມີຄວາມສ່ຽງສູງສຸດ ພົບວ່າເປັນກຸ່ມທີ່ໄດ້ຮັບເຊື້ອຈາກການມີເພດສໍາພັນ ໂດຍໃນການລະບາດປີ 2022 ພົບວ່າການແຜ່ລະບາດສ່ວນຫລາຍເກີດຈາກການສໍາຜັດທາງເພດ. ຂະນະທີ່ກໍລະນີການລະບາດໃນປັດຈຸບັນ ໂດຍສະເພາະຢູ່ຄອງໂກພົບວ່າຜູ້ຕິດເຊື້ອຈໍານວນຫລາຍໄດ້ຮັບເຊື້ອຜ່ານການສໍາຜັດທາງເພດເຊັ່ນກັນ.
ສໍາລັບຄໍາແນະນໍາໃນການປ້ອງກັນຕົນເອງຈາກໄວຣັສ Mpox ຄືຫລີກລ່ຽງການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ໝັ່ນລ້າງມືດ້ວຍນໍ້າ ແລະ ສະບູ ຖ້າພົບກໍລະນີການແຜ່ລະບາດໃນທ້ອງຖິ່ນອາໄສຢູ່.
ໂດຍຜູ້ຕິດເຊື້ອຄວນແຍກກັກຕົວຈາກຜູ້ອື່ນຈົນກວ່າຮອຍພະຍາດທັງໝົດຈະເຊົາ. ຂະນະທີ່ WHO ແນະນໍາວ່າ: ໃນການມີເພດສໍາພັນຫລັງຈາກເຊົາດີເປັນເວລາ 12 ອາທິດ ຄວນປ້ອງກັນການຕິດເຊື້ອດ້ວຍການໃຊ້ຖຸງຢາງອະນາໄມ.
ວິທີຄວບຄຸມການແຜ່ລະບາດຂອງ Mpox ທີ່ດີທີ່ສຸດຄືການສັກວັກຊີນໃຫ້ກຸ່ມຜູ້ມີຄວາມສ່ຽງ ຫລື ເຄີຍສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ.
ໂດຍເມື່ອບໍ່ດົນມານີ້, WHO ໄດ້ຂໍໃຫ້ບໍລິສັດຜູ້ຜະລິດຢາເດີນໜ້າການພັດທະນາວັກຊີນ Mpox ເພື່ອໃຊ້ໃນກໍລະນີສຸກເສີນ ເຖິງວ່າວັກຊີນຈະຍັງບໍ່ໄດ້ຮັບການອະນຸມັດຢ່າງເປັນທາງການໃນປະເທດທີ່ມີຄວາມຈໍາເປັນຕ້ອງໃຊ້.
ຂະນະທີ່ການປະກາດສະຖານະການສຸກເສີນດ້ານສາທາລະນະສຸກທົ່ວທະວີບອາດຊ່ວຍໃຫ້ລັດຖະບານປະເທດຕ່າງໆໃນທະວີບອາຟຣິກາມີການປະສານງານ ແລະ ຮັບມືການລະບາດໄດ້ດີຍິ່ງຂຶ້ນ ເຊິ່ງອາດຊ່ວຍໃຫ້ມີການສົ່ງຢາ ແລະ ອຸປະກອນການແພດ ລວມທັງການຊ່ວຍເຫລືອຕ່າງໆ ເພື່ອປ້ອງກັນການລະບາດໄປໃຫ້ພື້ນທີ່ໄດ້ຮັບຜົນກະທົບໄດ້ເພີ່ມຂຶ້ນ.
ອ້າງອີງ: