ເວສແຮມ ຢູໄນເຕັດ ປະກາດປົດ ບີລິດ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ
November 6, 2017 - 4:29 PM

ສະໂມສອນ ເວສແຮມ ຢູ ໄນເຕັດ ຕັດສິນໃຈປົດ ສະລາ ເວນ ບີລິດ ອອກຈາກຕຳແໜ່ງ ຜູ້ຈັດການທີມຂອງພວກເຂົາ ແລ້ວ ຕາມລາຍງານຂອງ “ເດີຊັນ” ສື່ຊື່ດັງຂອງ ອັງກິດ.
ອະນາຄົດຂອງ ບີລິດ ສັ່ນ ຄອນມາຕັ້ງແຕ່ລະດູການຜ່ານມາ ຫຼັງຈາກທີມມີຜົນງານບໍ່ ຄົງເສັ້ນຄົງວາຈົນຈົບດ້ວຍ ການເປັນທີ 11 ຂອງຕາຕະ ລາງຄະແນນ ແລະ ສະຖານະ ການຂອງລາວກໍຕົກຕ່ຳລົງໄປອີກ ຫຼັງຈາກ ເວສແຮມ ຢູໄນ ເຕັດ ເຮັດຜົນງານໄດ້ໜ້າຜິດ ຫວັງໃນໄລຍະຕົ້ນລະດູການນີ້ ແລະ ໂດຍຫຼ້າສຸດພວກເຂົາ ເສຍໃຫ້ ລີເວີພູລ 1-4 ຄາບ້ານ ໃນວັນເສົາທີ 04 ພະຈິກຜ່ານ ມາ ຈົນເຮັດໃຫ້ຕອນນີ້ ເວສ ແຮມ ຢູໄນເຕັດ ຢູ່ໃນອັນດັບທີ 18 ຂອງຕາຕະລາງຄະແນນ ເຊິ່ງເປັນເຂດຕົກຊັ້ນ ຫຼັງມີພຽງ 9 ຄະແນນຈາກການລົງຫຼິ້ນ 11 ນັດ.
ຫຼ້າສຸດ “ເດີຊັນ” ລາຍ ງານວ່າ ເວສແຮມ ຢູໄນເຕັດ ບໍ່ຂໍອົດກັບ ບີລິດ ຕໍ່ໄປ ຂະນະ ທີ່ໂຕເລືອກທີ່ຈະໄດ້ເຂົ້າມາຄຸມທີມຕໍ່ຈາກລາວຄື ເດວິດ ມອຍ ຜູ້ຈັດການຄົນ ສະກອດແລນ.