ຜູ້ນຳອາເມລິກາຢ້ຽມຢາມ ສ.ເກົາຫລີ ເພື່ອເຈລະຈາເລື່ອງນິວເຄຼຍ ແລະ ການຄ້າ

ປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ເດີນທາງຮອດ ສ.ເກົາຫລີ ແລ້ວໃນວັນທີ 7 ພະຈິກນີ້ ເປັນແຫ່ງທີສອງຂອງການຢ້ຽມຢາມພາກພື້ນອາຊີ 12 ວັນ ໂດຍມີບັນຫາວິກິດນິວເຄຼຍ ສປປ ເກົາຫລີ ເປັນບັນຫາສຳຄັນໃນການຫາລື.
ຊາວ ສ.ເກົາຫລີ ອາດຜະເຊີນກັບທ່າອ່ຽງທີ່ວ່າ ການຢ້ຽມຢາມຢ່າງເປັນທາງການຂອງປະທານາທິບໍດີ ທຣຳ ຍິ່ງສ່ຽງເຮັດໃຫ້ຄວາມຂັດແຍ່ງກັບທ່ານ ກິມຈອງອິນ ຜູ້ນຳ ສປປ ເກົາຫລີ ທະວີຄວາມຮຸນແຮງຂຶ້ນ, ຂະນະທີ່ ສປປ ເກົາຫລີ ຍັງເດີນໜ້າໂຄງການອາວຸດນິວເຄຼຍ ເຊິ່ງໃກ້ພັດທະນາຂີດຄວາມສາມາດໃນການຍິງໂຈມຕີເຖິງດິນແດນຂອງອາເມລິກາ. ປະທານາທິບໍດີ ທຣຳ ມີກຳນົດຢ້ຽມຢາມກອງທະຫານອາເມລິກາ ແລະ ຫາລືບັນຫາຂໍ້ຕົກລົງການຄ້າ ອາເມລິກາ-ສ.ເກົາຫລີ ໃນລະຫວ່າງພົບປະກັບປະທານາທິບໍດີ ມຸນ ແຈອິນ ຢູ່ທຳນຽບໃນນະຄອນຫລວງເຊອຸນ. ຜູ້ນຳທັງສອງມີກຳນົດອອກຖະແຫລງຂ່າວຮ່ວມກັນກ່ອນປະທານາທິບໍດີ ທຣຳ ແລະ ທ່ານນາງ ເມລາເນຍ ທຣຳ ພັນລະຍາ ເຂົ້າຮ່ວມງານລ້ຽງອາຫານຄໍ່າ ເພື່ອເປັນກຽດໃນການຢ້ຽມຢາມຢ່າງເປັນທາງການ.