ສປຊ ເລັ່ງກົດດັນມຽນມາ ເລື່ອງວິກິດຊາວໂຣຮິງຢາ
November 7, 2017 - 6:33 PM

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດຮຽກຮ້ອງມຽນມາຈຳກັດປະຕິບັດການທະຫານຢູ່ລັດຍະໄຂ່ ແລະ ຍອມໃຫ້ຊາວມຸດສະລິມໂຣຮິງຢາຫລາຍແສນຄົນທີ່ຖືກກົດດັນອອກນອກປະເທດຈາກເຫດຄວາມຮຸນແຮງໄດ້ເດີນທາງກັບ.
ສະມາຊິກສະພາຄວາມໝັ້ນຄົງ ສປຊ ລົງມະຕິເປັນເອກະພາບ ໂດຍໄດ້ຮັບສຽງສະໜັບສະໜູນຈາກຈີນ ເພື່ອປະນາມເຫດຄວາມຮຸນແຮງທີ່ເຮັດໃຫ້ຊາວໂຣຮິງຢາກວ່າ 600.000 ຄົນຕ້ອງອົບພະຍົບຂ້າມແດນມາບັງກະລາເທດ. ຖະແຫລງການລະບຸວ່າ: ສະຫະປະຊາຊາດມີຄວາມກັງວົນຢ່າງຍິ່ງຕໍ່ການລະເມີດສິດທິມະນຸດ ເຊິ່ງລວມທັງຈາກກອງກຳລັງຮັກສາຄວາມໝັ້ນຄົງມຽນມາ ແລະ ຮຽກຮ້ອງໃຫ້ລັດຖະບານມຽນມາຮັບປະກັນວ່າຈະບໍ່ໃຊ້ກຳລັງທະຫານເກີນກວ່າເຫດຢູ່ລັດຍະໄຂ່ ແລະ ຍຶດຫລັກນິຕິທຳ.