6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້

6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້ - 6395 - 6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້
6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້ - kitchen vibe - 6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້

ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນ ນາເພົ້າ ແຂວງຄໍາມ່ວນ ລາຍງານ ວັນທີ 20 ສິງຫາ 2024 ວ່າ: 6ເດືອນຕົ້ນໃນປີ 2024 ດ່ານພາສີສາກົນນາເພົ້າເກັບລາຍຮັບເຂົ້າງົບປະມານໄດ້ 125 ຕື້ກວ່າກີບ ຂອງຕົວເລກແຜນການປີ 305 ຕື້ກີບ, ປະຕິບັດໄດ້ພຽງແຕ່ 41,21%. ລາຍຮັບຫລັກໄດ້ຈາກປະເພດນ້ຳມັນເຊື້ອໄຟ; ຄ່າທຳນຽມຕ່າງໆ; ສິ້ນສ່ວນອາໄຫລ່; ເຄື່ອງກໍ່ສ້າງ; ເຄື່ອງໃຊ້ໄຟຟ້າ; ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ.

ສາເຫດທີ່ພາໃຫ້ລາຍຮັບຫລຸດແຜນການ 6 ເດືອນຕົ້ນ ຍ້ອນວ່າມີຫລາຍປະເພດສິນຄ້າເພີ່ມຂຶ້ນ ແລະ ຫລາຍປະເພດສິນຄ້າມີລັກສະນະຫລຸດລົງ, ເປັນຕົ້ນໝວດສິນຄ້າຕົ້ນຕໍ່ເຊັ່ນ: ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ສິນຄ້າຟອມS+E , ຍ້ອນສະພາບເສດຖະກິດພາຍໃນປະເທດ ແລະ ຂອງໂລກ, ອັດຕາເງິນເຟີ້ເພີ່ມທະວີສູງຂຶ້ນເລື້ອຍໆ, ບໍ່ທັນສາມາດຄຸ້ມຄອງການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງໄດ້ຢ່າງມີປະສິດທິພາບ.

ໃນທິດທາງຕໍ່ໜ້ານີ້, ດ່ານພາສີສາກົນນາເພົ້າ ຈະສືບຕໍ່ສຸມໃສ່ວຽກງານ ການເມືອງ-ແນວຄິດໃຫ້ ພະ ນັກງານຢ່າງເປັນປົກກະຕິ ຖືເອົາວຽກງານການເກັບລາຍຮັບເປັນໜ້າທີ່ຕົ້ນຕໍຕິດພັນກັບການ ເຄື່ອນໄຫວວຽກງານອື່ນໆ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ໃຫ້ເຂັ້ມງວດ, ເອົາໃຈໃສ່ຕິດ ຕາມ, ກວດກາ ແລະ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກສິນຄ້າໃນແຕ່ລະວັນຢ່າງເຂັ້ມງວດ, ເກັບພັນທະໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ປັບປຸງແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ, ຫລຸດຜ່ອນຂັ້ນຕອນຕ່າງໆ ທີ່ບໍ່ຈຳເປັນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ ແກ່ການນຳເຂົ້າ-ສົ່ງອອກສິນຄ້າ, ສຸມໃສ່ການຄຸ້ມຄອງຈັດເກັບລາຍຮັບ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງການເກັບລາຍຮັບ, ເພີ່ມທະວີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ພາຍໃນດ່ານ ແລະ ນອກດ່ານ ເພື່ອສ້າງສິ່ງອຳນວຍຄວາມສະດວກໃນການຈັດຕັ້ງວຽກງານ ວິຊາສະເພາະໃຫ້ເຂັ້ມແຂງ.

6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້ - 73962 1024x576 - 6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້

6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້ - 4 - 6 ເດືອນຕົ້ນປີ 2024 ດ່ານພາສີສາກົນນາເພົ້າ ຈັດເກັບລາຍຮັບໄດ້ພຽງ 125 ຕື້ກວ່າກີບ ຫລຸດແຜນການວາງໄວ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!