ລັດກໍານົດຫລາຍມາດຕະການກະຕຸ້ນການເກັບລາຍຮັບປີ 2018 ໃຫ້ບັນລຸແຜນ
ກະຊວງການເງິນ ໃຫ້ຮູ້ວ່າ: ຄາດໝາຍລວມຂອງການຈັດຕັ້ງປະຕິບັດແຜນງົບປະມານປີ 2018 ຈະສູ້ຊົນໃຫ້ບັນລຸຫລາຍກວ່າ 25.450 ຕື້ກີບ, ໃນນີ້ລາຍຮັບພາຍໃນໃຫ້ໄດ້ຫລາຍກວ່າ 22.700 ຕື້ກີບ, ລາຍຮັບຈາກການຊ່ວຍເຫລືອລ້າຂອງຕ່າງປະເທດໃຫ້ໄດ້ປະມານ 2.750 ກວ່າຕື້ກີບ. ຂະນະທີ່ລາຍຈ່າຍແມ່ນບໍ່ໃຫ້ເກີນ 32.760 ກວ່າຕື້ກີບ. ໝາຍວ່າຈະມີຕົວເລກຂາດດຸນໃນຈໍານວນ 7.310 ກວ່າຕື້ກີບ. ສະນັ້ນເພື່ອຮັບປະກັນໃຫ້ແຜນງົບປະມານດັ່ງກ່າວໄປຕາມແຜນການວາງໄວ້, ລັດຖະບານໄດ້ກໍານົດມາດຕະການຫລາຍດ້ານຄື: (1) ກະຊວງການເງິນໄດ້ແຕ່ງຕັ້ງ 4 ໜ່ວຍງານຂຶ້ນ, ໂດຍແມ່ນຄະນະນຳກະຊວງການເງິນ (ຮອງລັດຖະມົນຕີ) ແຕ່ລະທ່ານລົງເລິກຊີ້ນຳ ແລະ ເຮັດວຽກກັບບັນດາກະຊວງ, ອົງການທົ່ວສູນກາງ ເພື່ອໄຈ້ແຍກລະອຽດແຜນການສະເໜີຂອງແຕ່ລະຂະແໜງ ລວມທັງການຈັດສັນໃຫ້ຂະແໜງການຢູ່ທ້ອງຖິ່ນ ແລະ ນະຄອນຫລວງວຽງຈັນ ແນໃສ່ໃຫ້ສາມາດໄຈ້ໃຫ້ເຫັນຄວາມຈຳເປັນຕົວຈິງ, ບໍ່ໃຫ້ມີການຊ້ຳຊ້ອນ ແລະ ໃຫ້ປະຢັດລາຍຈ່າຍທີ່ບໍ່ຈຳເປັນລົງ. ນອກນັ້ນ ກໍຈະໄດ້ປຶກສາຫາລືກ່ຽວກັບການຈັດສັນແຜນລາຍຮັບ-ລາຍຈ່າຍຄ່າບໍລິການທາງດ້ານວິຊາການ ເພື່ອໃຫ້ກຳນົດໄດ້ລະອຽດ ແລະ ບໍ່ໃຫ້ກະທົບດ້ານລາຍຮັບ-ລາຍຈ່າຍຂອງແຜນປີ. (2) ສຳລັບມາດຕະການດ້ານລາຍຮັບໃນປີ 2018 ຍັງຈະສືບຕໍ່ບັນດາມາດຕະການທີ່ໄດ້ປະຕິບັດໃນປີ 2017 ແລະ ຜັນຂະຫຍາຍໃຫ້ກວ້າງຂວາງເຂັ້ມງວດຫລາຍກວ່າເກົ່າ ເປັນຕົ້ນ: ການເກັບກຳຖານຂໍ້ມູນລາຍຮັບ ແລະ ປັບປຸງຖານຂໍ້ມູນລາຍຮັບຂຶ້ນໃຫ້ແທດເໝາະກັບສະພາບຕົວຈິງ, ເກັບກຳບັນຊີຫົວໜ່ວຍໃຫ້ຊັດເຈນຖືກຕ້ອງໃນດ້ານຈຳນວນ ແລະ ຂໍ້ມູນພັນທະທີ່ຕ້ອງມອບ, ຂະຫຍາຍການຕິດຕັ້ງເຄື່ອງຈັກເກັບເງິນທີ່ທັນສະໄໝໃຫ້ທົ່ວເຖິງໃນນະຄອນຫລວງ ແລະ ຂະຫຍາຍໄປສູ່ແຂວງອື່ນໆ, ໂດຍສະເພາະແຂວງທີ່ໃຫຍ່, ເລັ່ງລັດການປັບປຸງລະບົບຄຸ້ມຄອງ ແລະ ບໍລິການຫົວໜ່ວຍທຸລະກິດເຊັ່ນ: ການຂຶ້ນທະບຽນອາກອນ, ການແຈ້ງມອບຜ່ານທະນາຄານ ແລະ ອື່ນໆ. ສືບຕໍ່ປັບປຸງ ແລະ ສ້າງນິຕິກຳດ້ານລາຍຮັບຈຳນວນໜຶ່ງເພີ່ມຕື່ມ ເພື່ອເປັນພື້ນຖານໃຫ້ສາມາດເກັບລາຍຮັບເພີ່ມຂຶ້ນ ແລະ ມີປະສິດທິຜົນສູງກວ່າເກົ່າ ເປັນຕົ້ນ: ລາຍຮັບຈາກທີ່ດິນ, ຈາກຊັບພະຍາກອນທຳມະຊາດ, ແກ້ໄຂຂອດທີ່ຍັງຊ້ຳຊ້ອນ ແລະ ມີຊ່ອງຫວ່າງໃຫ້ຂາດຕົວ. (3). ດ້ານລາຍຈ່າຍແມ່ນຈະໄດ້ສືບຕໍ່ປະຕິບັດບັນດາມາດຕະການປະຢັດຕາມຄຳສັ່ງເລກທີ 09/ນຍ ໃຫ້ປະກົດ ຜົນເປັນຈິງແທ້, ແກ້ໄຂການປະຕິບັດລາຍຈ່າຍວິຊາການໃຫ້ຄ່ອງໂຕ, ລວມສູນບັນດາລາຍຈ່າຍທີ່ຕິດພັນກັບລາຍຮັບ, ກອງທຶນ, ຜັນຂະຫຍາຍກົດໝາຍກ່ຽວກັບການຈັດຊື້ ແລະ ການຄຸ້ມຄອງໜີ້ສິນພາກລັດທີ່ສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ລວມທັງເລັ່ງຄົ້ນຄວ້າອອກນິຕິກຳລຸ່ມກົດໝາຍເພີ່ມຕື່ມ ກໍຄືການເລັ່ງຄົ້ນຄວ້າປັບປຸງກົດໝາຍທີ່ມີຜົນຕໍ່ການເກັບລາຍຮັບໃຫ້ໄວຂຶ້ນ, ສືບຕໍ່ຜັນຂະຫຍາຍລົງເລິກການເບີກຈ່າຍເງິນເດືອນ-ອຸດໜູນ ແລະ ເງິນນະໂຍບາຍໃຫ້ຄ່ອງໂຕຂຶ້ນກວ່າເກົ່າ, ໂດຍສະເພາະຢູ່ຂັ້ນເມືອງ, ປັບປຸງລະບົບຄຸ້ມຄອງລາຍຈ່າຍ ເຊັ່ນ: ລະບົບ GFIS, ລະບົບການລາຍງານ ແລະ ການກວດກາຕິດຕາມ. (4) ເອົາໃຈໃສ່ການຈັດສັນງົບປະມານໃຫ້ທ້ອງຖິ່ນໃຫ້ມີຄວາມຊັດເຈນ ແລະ ຄົບຖ້ວນ, ການຈັດສັນງົບປະມານໃຫ້ຂະແໜງສຶກສາ ແລະ ສາທາລະນະສຸກໃຫ້ສາມາດສັງລວມໄດ້ໝົດທຸກແຫລ່ງເງິນທີ່ສະໜອງເຂົ້າໃຫ້ສອງຂະແໜງດັ່ງກ່າວ ເພື່ອໃຫ້ສາມາດບັນລຸໄດ້ຕາມອັດຕາສ່ວນຈັດສັນທີ່ກຳນົດ. (5) ຄົ້ນຄວ້າ, ສັງລວມ ແລະ ຈັດສັນແຜນລາຍຈ່າຍທີ່ນຳໃຊ້ທຶນຊ່ວຍເຫລືອ, ກູ້ຢືມຈາກພາຍໃນ ແລະ ຕ່າງປະເທດ (ODA) ແຍກເປັນແຕ່ລະແຂວງ ແລະ ສູນກາງໃຫ້ຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັນ. (6) ເພີ່ມທະວີວຽກງານກວດກາຕິດຕາມການປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານໃຫ້ໄປຕາມລະບຽບກົດໝາຍຢ່າງເຂັ້ມງວດ. (7) ສືບຕໍ່ປະສານສົມທົບກັບຂະແໜງການກ່ຽວຂ້ອງໃນການສັງລວມໜີ້ສິນພາຍໃນ ແລະ ຕ່າງປະເທດ ລວມທັງໜີ້ສິນການລົງທຶນຂອງລັດ ເພື່ອຄົ້ນຄວ້າວາງມາດຕະການໃນການຄຸ້ມຄອງ ແລະ ແກ້ໄຂຢ່າງເປັນລະບົບໃຫ້ຮັບປະກັນຄວາມຍືນຍົງ ແລະ ຄວາມໝັ້ນທ່ຽງທາງດ້ານເສດຖະກິດມະຫາພາກ. (8) ສຳລັບບັນດາໂຄງການທີ່ນຳໃຊ້ເງິນຊ່ວຍເຫລືອລ້າ ແລະ ເງິນກູ້ຢືມຈາກຕ່າງປະເທດທີ່ມີແຜນຈະຮັບເອົາແລ້ວ ແຕ່ຈະໄດ້ກວດກາເບິ່ງລະອຽດມີຄວາມຈຳເປັນ ແລະ ຈະມີປະສິດທິຜົນແນວໃດຕື່ມ ເພື່ອຄັດຈ້ອນອັນທີ່ມີຄວາມສຳຄັນ ແລະ ຈຳເປັນແທ້ ບໍ່ໃຫ້ເປັນການສ້າງໜີ້ຂຶ້ນຕື່ມ. (9) ຍູ້ແຮງການຫັນເປັນທັນສະໄໝ ທັງໃນດ້ານລາຍຮັບ ແລະ ລາຍຈ່າຍ ຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະ ສອດຄ່ອງຕາມມາດຖານສາກົນເທື່ອລະກ້າວ. (10) ດຳເນີນການປະຕິຮູບວຽກງານການເງິນ, ໂດຍຜັນຂະຫຍາຍຍຸດທະສາດ ແລະ ວິໄສທັດຮອດປີ 2030 ທີ່ໄດ້ກຳນົດໄວ້ ໂດຍສົມທົບກັບບັນດາສະຖາບັນການເງິນສາກົນ (WB, EU, ADB, ອື່ນໆ) ແລະ ບັນດາປະເທດໃກ້ຄຽງ. (11) ປັບປຸງກົນໄກ, ຂັ້ນຕອນ ແລະ ວິທີການໃນການປະສານສົມທົບລະຫວ່າງກະຊວງການເງິນ, ຂະແໜງການເງິນໃນຂອບເຂດທົ່ວປະເທດກັບສະພາແຫ່ງຊາດ, ສະພາປະຊາຊົນແຂວງໃຫ້ເປັນປົກກະຕິ, ມີຄວາມຄ່ອງຕົວ ແລະ ສອດຄ່ອງຕາມສິດໜ້າທີ່ ແລະ ຄວາມຮັບຜິດຊອບຕາມທີ່ກົດໝາຍກຳນົດ. (12) ສືບຕໍ່ສົມທົບແໜ້ນ ແລະ ດຳເນີນການປະສານງານ, ປຶກສາຫາລືເປັນປົກກະຕິລະຫວ່າງກະຊວງການເງິນ ແລະ ອົງການກວດສອບແຫ່ງລັດໃນການຕິດຕາມກວດກາການປະຕິບັດຜົນຂອງການກວດສອບ, ການແກ້ໄຂບັນຫາຄົງຄ້າງ ແລະ ຄົ້ນຄວ້າມາດຕະການປ້ອງກັນບໍ່ໃຫ້ມີການລະເມີດກົດໝາຍ, ມະຕິສະພາແຫ່ງຊາດ ແລະ ວິໄນທາງດ້ານແຜນການ-ການເງິນ ແລະ ອັນສໍາຄັນກະຊວງການເງິນໄດ້ສະເໜີລັດຖະບານສືບຕໍ່ຮັກສາດັດຊະນີເງິນເດືອນພື້ນຖານ 7.200 ກີບຕໍ່ດັດຊະນີໄວ້ຄືເກົ່າ ເພື່ອບໍ່ໃຫ້ລາຍຈ່າຍເພີ່ມຂຶ້ນສູງ ແລະ ບໍ່ໃຫ້ຂາດດຸນເພີ່ມ, ພ້ອມທັງສະເໜີຄົ້ນຄວ້າກຳນົດເພດານໂກຕ້າຮັບພະນັກງານລັດຖະກອນໃໝ່ (ຂະແໜງປົກຄອງ) ໃນຂອບເຂດທົ່ວປະເທດບໍ່ໃຫ້ເກີນ 3.000 ຄົນ ເພື່ອທົດແທນພະນັກງານທີ່ຮອດກຳນົດອາຍຸກະສຽນຮັບບຳນານ, ສ່ວນຕົວເລກຮັບກໍາລັງເພີ່ມຂອງພາກສ່ວນປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດ ແມ່ນສະເໜີພິຈາລະນາແຕ່ຫົວທີ ເພື່ອກະກຽມໃຫ້ທັນເວລາ ທັງເປັນການຫລີກເວັ້ນບໍ່ໃຫ້ມີການດັດແກ້ໃນກາງ ຫລື ທ້າຍປີ, ພ້ອມນີ້, ສະເໜີໃຫ້ຄົ້ນຄວ້າຫັນການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນໃຫ້ແກ່ພະນັກງານຂອງ 2 ກຳລັງ, ສະເພາະພາກສ່ວນທີ່ບໍ່ເປັນຄວາມລັບຂອງຊາດໃຫ້ເຂົ້າໃນລະບົບການເບີກຈ່າຍຜ່ານບັດ ATM ເພື່ອສ້າງຄວາມໂປ່ງໃສ ແລະ ສະດວກໃນການປະຕິບັດ ແລະ ຄຸ້ມຄອງ.