ໝວດສິນຄ້າທີ່ມີອັດຕາເງິນເຟີ້ ເພີ່ມຂຶ້ນສູງເດືອນສິງຫາ ແມ່ນໝວດຮັກສາສຸຂະພາບ ແລະ ຢາ

ສູນສະຖິຕິແຫ່ງຊາດ ລາຍງານ ວ່າ: ສະພາບອັດຕາເງິນເຟີ້ ເດືອນສິງຫາ 2024 ຍັງເໜັງຕີງເພີ່ມຂຶ້ນ ຢູ່ໃນລະດັບ 24,3% (ເດືອນກໍລະກົດ 2024 ຢູ່ໃນ ລະດັບ 26,1%), ເຊິ່ງເປັນການເໜັງຕີງເພີ່ມຂຶ້ນຊ້າລົງຈາກເດືອນຜ່ານມາ. ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ ເພີ່ມຂຶ້ນສູງແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 37,6%, ທີ່ໝວດທີພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພິງຫຸງຕົ້ມ ເພີ່ມຂຶ້ນ 34,9%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 33,2%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 31,6%, ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫລົ້າ ເພີ່ມຂຶ້ນ 22,5%.
ເມື່ອທຽບໃສ່ເດືອນກໍລະກົດຜ່ານມາເຫັນວ່າມີທ່າອ່ຽງເໝັງຕີງເພີ່ມຂື້ນຊ້າໆ ໃນລະດັບ1,1% (ເດືອນກໍລະກົດ 2,2%). ໃນນັ້ນ, ໝວດສິນຄ້າທີ່ມີການ ປ່ຽນແປງຫລາຍແມ່ນ ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,9% ພົ້ນເດັ່ນແມ່ນລາຄາ ເຂົ້າປຽກເພີ່ມຂຶ້ນ (6,2%), ເບຍ (6%), ປີ້ງໄກ (4,1%); ໝວດການສຶກສາ ເພີ່ມຂຶ້ນ 2,3% ພົ້ນເດັ່ນແມ່ນ ເຄື່ອງແບບນັກຮຽນ ເພີ່ມຂຶ້ນ (4%), ປື້ມຫລັກສູດການຮຽນ (3,6%), ຄ່າຮຽນເພີ່ມ (2,4%); ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫລົ້າ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນ ຜັກຊີ (19,8%), ຜັກຫອມລາບ (18,8%), ໝາກເຜັດດິບ (17,9%), ໄຂ່ໄກ່ (5,9%), ຊີ້ນໝູ (3%); ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນ ຕຽນນອນ (8%), ແອເຢັນ (5,9%), ແຟັບຊັກເຄື່ອງ (4,3%), ດອກໄຟ (9%).
ສໍາລັບສາເຫດທີ່ເຮັດໃຫ້ອັດຕາເງິນເຟີ້ ຂອງ ສປປ ລາວ ຍັງສູງຄືດັ່ງກ່າວນັ້ນ ສາເຫດແມ່ນຍ້ອນສະພາບການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງ, ເຊິ່ງຜົນຂອງການສົ່ງເສີມການຜະລິດ ພາຍໃນທີ່ກໍາລັງຊຸກຍູ້ສົ່ງເສີມໃນປັດຈຸບັນຍັງມີຄວາມຈໍາເປັນຕ້ອງໃຊ້ເວລາ; ຍ້ອນສະພາບການປ່ຽນແປງຂອງອັດຕາ ແລກປ່ຽນ ທີ່ຍັງບໍ່ທັນສ້າງຄວາມເຊື່ອຫມັ້ນໃຫ້ແກ່ສັງຄົມ; ຍ້ອນສະພາບການຄຸ້ມຄອງລາຄາສິນຄ້າຍັງບໍ່ທັນໄດ້ດີເທົ່າທີ່ຄວນ.