6 ວິທີຫລຸດອາການເຂັດແຂ້ວ

ອາການເຂັດແຂ້ວເກີດຈາກຫລາຍສາເຫດ ໄດ້ແກ່ : ການເສື່ອມສະພາບຂອງເຄືອບແຂ້ວບາງລົງຈົນເຖິງຊັ້ນຊີ້ນແຂ້ວທີ່ຢູ່ໃກ້ກັບຜົ້ງປະສາດແຂ້ວ ເຊິ່ງມີເສັ້ນປະສາດເປັນຈຳນວນຫລາຍເມື່ອຂອງແຫລວໃນທໍ່ຊີ້ນແຂ້ວເຄື່ອນໂຕໄປກະຕຸ້ນປາຍປະສາດກໍຈະເຮັດໃຫ້ເກີດອາການເຂັດແຂ້ວ ຫລື ເກີດຈາກອາການເຫືອກຢານ, ຮາກແຂ້ວປົ່ງ, ຮາກແຂ້ວບໍ່ມີສານເຄືອບແຂ້ວ ຈຶ່ງເຮັດໃຫ້ໄວຕໍ່ສິ່ງກະຕຸ້ນພາຍນອກ ເຊັ່ນ : ຄວາມຮ້ອນ, ຄວາມເຢັນ, ຄວາມຫວານ, ຄວາມສົ້ມ ເປັນຕົ້ນ.
ນອກຈາກນີ້, ອາການເຂັດແຂ້ວຍັງເກີດຈາກແຂ້ວແຕກ ຫລື ແຂ້ວລ້າວ ເຊິ່ງໃນບາງເທ່ືອມີຂະໜາດນ້ອຍຈົນເຮັດໃຫ້ສັງເກດບໍ່ ເຫັນການສະສົມຂອງແຜ່ນຄາບຈຸລິນຊີທີ່ມີແບັກທີເຣຍສະສົມຢູ່ ເຮັດໃຫ້ເຫືອກອັກເສບ, ແຂ້ວມີຫີນປູນເຈາະເຂົ້າເຖິງຊີ້ນແຂ້ວ ກໍອາດມີອາການເຂັດແຂ້ວຮ່ວມກັບການປວດແຂ້ວໄດ້ ອາການເຫລົ່ານີ້ຫາກປ່ອຍໄວ້ດົນໂດຍບໍ່ປິ່ນປົວໃຫ້ເຊົາກໍອາດເກີດລຸກລາມເປັນສາເຫດໃຫ້ເຮົາສູນເສຍແຂ້ວໄດ້.
- ໃຊ້ຢາຖູແຂ້ວພິເສດ : ຢາຖູແຂ້ວທີ່ມີໂປຕັສຊຽມໄນເຕຣດ ຫລື ສະຕຣອນທຽມ ອະຊິເດດ ປະສົມຢູ່ຈະຊ່ວຍປ້ອງກັນບໍ່ໃຫ້ເສັ້ນປະສາດຖືກກະຕຸ້ນ ຈະຊ່ວຍຫລຸດອາການເຂັດແຂ້ວໄດ້. ຢາຖູແຂ້ວພິເສດອາດໃຊ້ເວລາຫລາຍມື້ ຫລື ຫລາຍອາທິດກ່ວາຈະອອກລິດ.
- ໃຊ້ແປງຖູແຂ້ວຂົນອ່ອນນຸ້ມ ແລະ ຖູແຂ້ວໃຫ້ຖືກວິທີ : ການໃຊ້ແປງຖູແຂ້ວທີ່ມີຂົນແຂງເກີນໄປ ອາດເຮັດໃຫ້ກົກແຂ້ວເສຍຫາຍໄດ້ ແລະ ພະຍາຍາມຢ່າຖູແຂ້ວແບບລາກໄປລາກມາເປັນທາງຍາວໃນແຖວໜ້າ – ຫລັງ ອາດມີສ່ວນເຮັດໃຫ້ແຂ້ວຜຸຜ່ອຍ ແລະ ເຫືອກຍານເພີ່ມຂຶ້ນ ຄວນເຄື່ອນເໜັງແປງຖູແຂ້ວໃນໄລຍະທາງສັ້ນໆ ແລະ ປັດເຂົ້າຫາເບື້ອງບົດຫຍຳ້ຂອງແຂ້ວ, ຂໍຄຳແນະນຳຈາກທັນຕະແພດໃນການຖູແຂ້ວໃຫ້ຖືກວິທີ.
- ຢ່າຫຍຳ້ຂອງແຂງ : ຄວນຕັດອາຫານທີ່ແຂງໆໃຫ້ເປັນຕ່ອນນ້ອຍໆກ່ອນກິນ ຢ່າໃຊ້ແຂ້ວຫຍຳ້ແກ່ນພືດ ແລະ ໝາກໄມ້ທີ່ແຂງເກີນໄປ ລະວັງການຫຍຳ້ຖືກກ້ອນດິນ ຫລື ຫີນກ້ອນນ້ອຍໆທີ່ຕິດມາກັບເຂົ້າ, ການກັດຂອງແຂງເຫລົ່ານີ້ອາດເຮັດໃຫ້ແຂ້ວແຕກ ຫລື ຫັກເປັນຮອຍລ້າວຂະໜາດນ້ອຍໄດ້.
- ງົດດື່ມນຳ້ໝາກໄມ້ລົດຊາດສົ້ມ ແລະ ນຳ້ອັດລົມ : ນຳ້ອັດລົມ, ນຳ້ສົ້ມສາຍຊູ ແລະ ນຳ້ໝາກໄມ້ທີ່ມີລົດຊາດສົ້ມ ເຊັ່ນ : ນຳ້ໝາກນາວມີລິດເປັນກົດ ຫາກບໍລິໂພກເລື້ອຍໆ ແລະ ຕິດຕໍ່ກັນດົນເກີນໄປອາດເຮັດໃຫ້ເກີດການລະລາຍໂຕຂອງເຄືອບແຂ້ວ ຄົນທີ່ມີອາການເຂັດແຂ້ວຄວນຫລີກເວັ້ນນຳ້ແລະ ອາຫານທີ່ມີລົດຊາດສົ້ມ ຫາກເຜີດື່ມເຂົ້າໄປໃຫ້ຟ້າວບ້ວນປາກໂດຍ ນຳ້ຫລາຍໆເທື່ອທັນທີ.
- ໃຊ້ໄໝຜັດແຂ້ວ : ຜັດຖູຄ່ອຍໆມື້ລະເທື່ອກ່ອນນອນເພື່ອຫລຸດຄາບຈຸລິນຊີທີ່ເຮັດໃຫ້ເກີດຫີນປູນ ແລະ ເຫືອກອັກເສບ.
6. ປຶກສາທັນຕະແພດ : ອາການເຂັດແຂ້ວຈະເປັນສັນຍານເຕືອນໄພດ່ານທຳອິດທີ່ເຮັດໃຫ້ເຮົາຮູ້ວ່າແຂ້ວຂອງເຮົາເລີ່ມມີອາ ການຜິດປົກກະຕິ ຖ້າເຮັດ 5 ວິທີຂ້າງເທິງແລ້ວອາການຍັງບໍ່ດີຂຶ້ນ ແນະນຳໃຫ້ໄປປຶກສາທັນຕະແພດເພື່ອພິຈາລະນາປິ່ນປົວໃຫ້ຖືກ ຕ້ອງຕາມຕົ້ນເຫດ ເຊັ່ນ : ການໃຊ້ຟລູອໍໄຣທີ່ມີຄວາມເຂັ້ມຂຸ້ນສູງ, ການອັດແຂ້ວ, ການຄອບແຂ້ວ ແລະ ການປິ່ນປົວພະຍາດເຫືອກ ເປັນຕົ້ນ.