26-29 ສິງຫາ 2024 ເຈົ້າໜ້າທີ່ອາຍັດເຄື່ອງມືແກ້ງຄໍເຊັນເຕີຂ້າມຊາດ ຢູ່ເຂດສາມຫລ່ຽມຄໍາ ໄດ້ຫລາຍລາຍການ

ຄະນະຮັບຜິດຊອບລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (ແກ້ງຄໍເຊັນເຕີ) ຂ້າມຊາດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຜົນການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມຂ້າມຊາດ ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນອາທິດຜ່ານມາ, ໂດຍການເຂົ້າຮ່ວມຂອງ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ລາຍງານຜົນການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມຂ້າມຊາດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ວ່າ: ການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ຄັ້ງນີ້ ເປັນຄັ້ງທີ 11, ເຊິ່ງໄດ້ເລີ່ມປະຕິບັດການແຕ່ວັນທີ 26-29 ສິງຫາ 2024, ມີຈໍານວນບຸກຄະລາກອນຮ່ວມປະຕິບັດການຄັ້ງນີ້ 240 ຄົນ, ໂດຍໄດ້ແບ່ງອອກເປັນ 4 ຈຸ ຄື: ຈຸຊີ້ນໍາລວມ, ຄະນະຮັບຜິດຊອບພາກສະໝາມ, ຄະນະອະນຸກໍາມະການກອງເລຂາ, ຄະນະລົງຈັດຕັ້ງປະຕິບັດຕົວຈິງຢູ່ພາກສະໝາມ ໄດ້ລົງກວດກາຢຸ່ 46 ຫົວໜ່ວຍ.
ຜ່ານການລົງກວດກາ ສ່ວນຫລາຍແມ່ນບໍ່ພົບເຈົ້າຂອງຫົວໜ່ວຍທຸລະກິດ, ສ່ວນອຸປະກອນທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວການສໍ້ໂກງທາງໂທລະຄົມ ຄະນະຮັບຜິດຊອບໄດ້ກວດພົບເຫັນ ແລະ ໄດ້ເຮັດບົດບັນທຶກ ແລະ ອາຍັດ ໂດຍຮູບການໃຊ້ກະແຈລ໋ອກປະຕູເຂົ້າ-ອອກບໍລິເວນສະຖານທີ່ ມີ: ຄອມພິວເຕີຕັ້ງໂຕະ 10,288 ເຄື່ອງ, ໂນດບຸກ 189 ເຄື່ອງ, ໂທລະສັບມືຖື 11,063 ເຄື່ອງ, ອຸປະກອນຮັບ-ສົ່ງສັນຍານ 2,702 ຊຸດ, ເຄື່ອງພິມ (ປິນເຕີ) 17 ເຄື່ອງ, ເງິນສົດ 710 ຢວນ, ຕູ້ເຊບ 189 ໜ່ວຍ, ໂຕະ 3,040 ໜ່ວຍ, ຕັ້ງອີ້ 16,934 ໜ່ວຍ, ຕຸ້ເຢັນ 20 ໜ່ວຍ, ຕູ້ນໍ້າຮ້ອນ-ເຢັນ 17 ໜ່ວຍ, ແອເຢັນ 14 ໜ່ວຍ, ພັດລົມ 9 ໜ່ວຍ, ໂຊຟາ 7 ໜ່ວຍ, ລໍາໂພງ 5 ໜ່ວຍ, ລົດເກັງ 1 ຄັນ.