ນາຍົກລັດຖະມົນຕີ ຕ້ອນຮັບປະທານອົງການຕ້ານການສໍ້ລາດບັງຫລວງແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບ

ວັນທີ 3 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອອມ ເຢິນຕຽງ ລັດຖະມົນຕີອາວຸໂສ ປະທານອົງການຕ້ານການສໍ້ລາດບັງຫລວງ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມຄະນະເຂົ້າຢ້ຽມຂໍ່ານັບ ຢູ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບອົງການກວດກາແຫ່ງລັດ ສປປ ລາວ.
ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະຜູ້ແທນ ອົງການຕ້ານການສໍ້ລາດບັງຫລວງ ແຫ່ງຣາຊະອານາຈັກ ກຳປູເຈຍ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບອົງການກວດກາແຫ່ງລັດ ສປປ ລາວ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດລາວ-ກຳປູເຈຍ ກໍຄືເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ຂອງສອງປະເທດ ນັບມື້ສູງຂຶ້ນ.
ທ່ານ ອອມ ເຢິນຕຽງ ຕາງໜ້າຄະນະຜູ້ແທນ ອົງການຕ້ານການສໍ້ລາດບັງຫລວງແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ພ້ອມທັງແຈ້ງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃຫ້ທ່່ານນາຍົກລັດຖະມົນຕີໄດ້ຮັບຊາບ ແລະ ຢຶນຢັນຈະສືບຕໍ່ພົວພັນຮ່ວມມືກັບອົງການກວດກແຫ່ງລັດ ສປປ ລາວ.