ຄອບຄົວ ໂພສີຄຳ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມໜອງບົວທອງເໜືອ

ວັນທີ 8 ພະຈິກ ນີ້, ຢູ່ໂຮງ ຮຽນປະຖົມສົມບູນ ໜອງບົວ ທອງເໜືອ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ທ່ານປ້າ ສິມມາ ໂພສີຄຳ ຕາງໜ້າ ຄອບ ຄົວ ທ່ານ ຈັນສີ ໂພສີຄຳ ກຳມະ ການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ນຳເອົາອຸປະກອນການສຶກ ສາຄື: ຄອມພິວເຕີ 1 ຊຸດ, ຈັກພິມ ເອກະສານ, ປື້ມຄູ່ມືການຮຽນ- ການສອນ ແລະ ອຸປະກອນການ ສຶກສາອື່ນໆ ອີກຈຳນວນໜຶ່ງ ລວມມູນຄ່າ ກວ່າ 6 ລ້ານກີບ ມອບໃຫ້ໂຮງຮຽນດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການສິດສອນຮ່ຳຮຽນຂອງຄູອາ ຈານ ແລະ ນັກຮຽນມີຄວາມ ສະດວກດີຂຶ້ນ ເຊິ່ງຕາງໜ້າຮັບ ໂດຍ ທ່ານ ອຳນວຍການ ຂອງ ໂຮງຮຽນ ປະຖົມດັ່ງກ່າວ.
+ ມອບເຄື່ອງໃຊ້ຫ້ອງການ ແລະ ລົດກະບະໃຫ້ຂະແໜງປ່າໄມ້ 4 ເມືອງແຂວງໄຊຍະບູລີ
+ ບໍລິສັດລາວຊຳຊຸງມອບອຸປະກອນການສຶກສາໃຫ້ ນັກຮຽນປະຖົມໜອງເຂັງ ເມືອງໄຊທານີ
ທ່ານປ້າ ສິມມາ ໂພສີຄຳ ໃຫ້ຮູ້ວ່າ: ເຫັນໄດ້ເຖິງຄວາມ ຮຽນຮ້ອງຕ້ອງການໃນການ ພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະເດັກນ້ອຍ ທີ່ຈະ ກ້າວໄປເປັນອານາຄົດຂອງປະ ເທດຊາດ ແລະ ໃຫ້ມີຄວາມຮູ້ ຄວາມສາມາດ, ສະນັ້ນ ຈຶ່ງໄດ້ລະ ດົມລູກຫລານ ແລະ ພີ່ນ້ອງ ພາຍໃນຄອບຄົວ ໂພສີຄຳ ປະ ກອບສ່ວນໃນການຊຸກຍູ້ອຸປະ ກອນການສຶກສາ ດັ່ງກ່າວມາ ມອບໃຫ້ຄູອາຈານມືຊ່ວຍເຫລືອ ເດັກນ້ອຍທີ່ທຸກຍາກ ໃນໂຮງ ຮຽນ ດັ່ງກ່າວໄດ້ມີເງື່ອນໄຂສຶກ ສາຮ່ຳຮຽນ.
ປັດຈຸບັນໂຮງຮຽນປະຖົມ ສົມບູນໜອງບົວທອງເຫນືອ ມີນັກຮຽນທັງໝົດ 93 ຄົນ, ຍິງ 36 ຄົນ, ໃນນີ້ມີນັກຮຽນຄອບ ຄົວທຸກຍາກກວມ 10%.