ອິນເດຍປິດໂຮງຮຽນປະຖົມຢູ່ນິວເດລີ ທັງໝົດຈາກບັນຫາຄວັນພິດ


ທາງການນະຄອນຫລວງນິວເດລີ ຂອງອິນເດຍສັ່ງປິດໂຮງຮຽນປະຖົມທັງໝົດໃນວັນທີ 8 ພະຈິກນີ້, ຂະນະທີ່ມົນລະພິດໃນອາກາດເພີ່ມສູງເກີນກວ່າລະດັບທີ່ອົງການອະນາໄມໂລກລະບຸວ່າປອດໄພເຖິງ 70 ເທົ່າ ສົ່ງຜົນໃຫ້ແພດຕ້ອງອອກມາເຕືອນໃຫ້ປະຊາຊົນລະວັງສຸຂະພາບ.
ຄວັນສີເທົາແຜ່ປົກຄຸມຕາມຖະໜົນຢູ່ນະຄອນຫລວງນິວເດລີທີ່ໄດ້ຊື່ວ່າເປັນເມືອງທີ່ມີມົນລະພິດຫລາຍທີ່ສຸດໃນໂລກ ສົ່ງຜົນໃຫ້ປະຊາຊົນທີ່ຍ່າງ ແລະ ຂີ່ລົດຖີບຕ້ອງໃສ່ຜ້າອັດປາກອັດດັງ. ເວັບໄຊຂອງສະຖານທູດອາເມລິກາ ລະບຸວ່າ: ໃນເຊົ້າວັນທີ 8 ພະຈິກນີ້ ຄ່າຝຸ່ນລະອອງຂະໜາດນ້ອຍບໍ່ເກີນ 2,5 ໄມຄຣອນ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບເພີ່ມສູງເຖິງລະດັບ 700 ເຊິ່ງສູງເກີນກວ່າລະດັບທີ່ອົງການອະນາໄມໂລກກຳນົດເຖິງ 70 ເທົ່າ ຈາກນັ້ນກໍຫລຸດລົງມາເລັກໜ້ອຍ.
ສ່ວນສະມາຄົມການແພດອິນເດຍປະກາດສະຖານະການສຸກເສີນດ້ານສາທາລະນະສຸກ, ພ້ອມຮຽກຮ້ອງໃຫ້ທາງການເລັ່ງແກ້ໄຂບັນຫາ. ຂະນະທີ່ກົມຄວບຄຸມມົນລະພິດໃນສິ່ງແວດລ້ອມເຕືອນວ່າ: ສະຖານະການອາດຮ້າຍແຮງອີກ. ເຖິງຢ່າງໃດກໍຕາມ ທາງການນະຄອນຫລວງນິວເດລີໄດ້ສັ່ງປິດໂຮງຮຽນປະຖົມທັງໝົດແລ້ວ. ນອກຈາກນີ້ ຍັງສັ່ງຫ້າມເຮັດກິດຈະກຳກາງແຈ້ງຕາມໂຮງຮຽນປະມານ 6.000 ແຫ່ງໃນເຂດນະຄອນຫລວງ. ຂະນະທີ່ມົນລະພິດຍັງຢູ່ໃນລະດັບເປັນອັນຕະລາຍຕໍ່ສຸຂະພາບ.