ລາວຖືສໍາຄັນມາດຕະຖານຄວາມປອດໄພໃນອຸດສະຫະກໍາພະລັງານ

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ໃຫ້ຮູ້ວ່າ: ການພັດທະນາອຸດສາຫະກຳພະລັງງານ ຫລື ໄຟຟ້າ ແມ່ນໄດ້ດຳເນີນໄປຕາມແນວທາງປ່ຽນແປງໃໝ່ຂອງພັກ ເປັນຕົ້ນ: ແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງພັກ ແລະ ໃນໄລຍະຜ່ານມາ, ກະຊວງກ່ຽວຂ້ອງກໍໄດ້ມີແຜນການ, ມາດຕະການ ແລະ ວິທີການຄຸ້ມຄອງຂ້ອນຂ້າງເປັນລະບົບຄົບຊຸດເປັນຕົ້ນ: ກົດໝາຍວ່າດ້ວຍໄຟຟ້າ, ພ້ອມທັງໄດ້ມີດຳລັດ, ຄຳສັ່ງ, ແຈ້ງການ, ສັນຍາສຳປະທານ, ມາດຕະຖານເຕັກນິກໄຟຟ້າຂອງລາວທຽບເທົ່າລະດັບສາກົນ, ປຶ້ມຄູ່ມື ແລະ ລະບຽບການດ້ານຄວາມປອດໄພໃນການດຳເນີນງານ ແລະ ບຳລຸງຮັກສາ, ຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ເອກະສານຄູ່ມືສຳລັບການກວດສອບ ແລະ ກວດກາດ້ານເຕັກນິກການພັດທະນາ ແລະ ຄຸ້ມຄອງຂະແໜງໄຟຟ້າ, ລະບຽບໃນການຄຸ້ມຄອງລະບົບສາຍສົ່ງໄຟຟ້າ, ລະບົບສາຍຈຳໜ່າຍ, ຂໍ້ແນະນຳວ່າດ້ວຍຄວາມປອດໄພຂອງການຊົມໃຊ້ໄຟຟ້າ, ການປະຢັດພະລັງງານ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນ ແລະ ລະບຽບການອື່ນໆ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄປຕາມຂັ້ນຕອນຂອງເຕັກນິກວິຊາການເຊັ່ນ: ການວາງແຜນ, ການສຳຫລວດເກັບກຳຂໍ້ມູນ, ການອອກແບບ, ການກໍ່ສ້າງ ແລະ ຕິດຕັ້ງ, ການຜະລິດ ແລະ ການສົ່ງ-ຈຳໜ່າຍໄຟຟ້າໄປສູ່ການຊົມໃຊ້, ເຊິ່ງມີຂັ້ນຕອນໃນການຕິດຕາມກວດກາ ແລະ ຄຸ້ມຄອງດັ່ງນີ້: ກວດກາ ແລະ ຮັບຮອງບົດວິພາກເສດຖະກິດເຕັກນິກ, ບົດອອກແບບເບື້ອງຕົ້ນສຳລັບການກໍ່ສ້າງ (ກ່ອນໂຄງການຈະເຊັນສັນຍາສຳປະທານ ແລະ ກ່ອນຈະດຳເນີນການກໍ່ສ້າງ), ກວດກາ ແລະ ຮັບຮອງກ່ອນການອະນຸຍາດໃຫ້ກັກເກັບນ້ຳ, ກວດກາ ແລະ ຮັບຮອງຜົນສຳເລັດການກໍ່ສ້າງໂຄງການ, ຕິດຕາມ ແລະ ກວດກາໃນໄລຍະການດຳເນີນງານ, ກວດກາກ່ອນການມອບໂອນໂຄງການໃຫ້ລັດຖະບານ. ນອກຈາກນີ້, ກະຊວງກ່ຽຂ້ອງ ກໍຄືລັດຖະບານຍັງໄດ້ວ່າຈ້າງທີ່ປຶກສາວິສະວະກອນຂອງລັດຖະບານທີ່ເປັນບໍລິສັດສາກົນທີ່ມີຊື່ສຽງ, ໜ້າເຊື່ອຖືເຮັດໜ້າທີ່ຊ່ວຍລັດຖະບານໃນການຕິດຕາມກວດກາວຽກງານປິ່ນອ້ອມຂອງການກໍ່ສ້າງເຂື່ອນ, ພ້ອມທັງລາຍງານຄວາມຄືບໜ້າຂອງການກໍ່ສ້າງໂຄງການໃຫ້ຄະນະກຳມະການຊີ້ນຳຮັບຊາບເປັນປົກກະຕິ ແລະ ໃນເມື່ອໂຄງການສຳເລັດການກໍ່ສ້າງ ແລະ ດຳເນີນການຜະລິດ, ກະຊວງກ່ຽວຂ້ອງຍັງໄດ້ສືບຕໍ່ຕິດຕາມກວດກາ ແລະ ຄຸ້ມຄອງຢ່າງເປັນປົກກະຕິ, ໂດຍສະເພາະຕິດຕາມຂໍ້ມູນຕ່າງໆກ່ຽວກັບປະສິດທິພາບຂອງໂຄງການ ເປັນຕົ້ນ: ຂໍ້ມູນປະລິມານນ້ຳໄຫລເຂົ້າອ່າງ, ບໍລິມາດນ້ຳທີ່ນຳໃຊ້ເຂົ້າໃນການຜະລິດໄຟຟ້າ ແລະ ນ້ຳລະບາຍອອກ ເພື່ອປ້ອງກັນນ້ຳຖ້ວມ ແລະ ຮັກສາຄວາມປອດໄພຂອງເຂື່ອນ, ຂໍ້ມູນຄຸນນະພາບນ້ຳ, ຂໍ້ມູນການພັດທະນາຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກຜົນກະທົບ ແລະ ຂໍ້ມູນການເສຍພັນທະຕາມສັນຍາສຳປະທານໃຫ້ແກ່ລັດຖະບານ. ນອກນັ້ນ ຍັງມີການຕິດຕາມພາກລາຍຈ່າຍຂອງໂຄງການ ເພື່ອໃຫ້ໂຄງການໄດ້ຮັບການບຳລຸງຮັກສາຢ່າງເໝາະສົມຕາມອາຍຸໂຄງການຕາມເຕັກນິກ, ຕິດຕາມການແຮເງິນໄວ້ ເພື່ອຈຸດປະສົງຂອງການສ້ອມແປງໃຫຍ່ກ່ອນການມອບໂອນໃຫ້ລັດຖະບານ ແລະ ໃນກໍລະນີຫາກເກີດອຸປະຕິເຫດ ຫລື ໂຄງການມີບັນຫາ ກະຊວງກ່ຽວຂ້ອງຈະໄດ້ສົມທົບກັບຊ່ຽວຊານທີ່ປຶກສາຂອງລັດຖະບານລົງໄປກວດກາ, ເກັບກຳຂໍ້ມູນລາຍລະອຽດຕ່າງໆທັງໝົດ, ພ້ອມທັງປະເມີນ ແລະ ຫາວິທີແກ້ໄຂໃຫ້ຖືກຕ້ອງຕາມເຕັກນິກໄຟຟ້າລາວ ຫລື ສາກົນ, ຖ້າກໍລະນີເປ່ເພຮ້າຍແຮງກໍຈະສັ່ງໂຈະການກໍ່ສ້າງທັງໝົດແລ້ວແຕ່ງຕັ້ງຄະນະຊ່ຽວຊານສະເພາະກິດລົງສົມທົບກັບເຈົ້າຂອງໂຄງການ ເພື່ອກວດກາຫາສາເຫດ ແລະ ຮ່ວມກັນແກ້ໄຂໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກຢ່າງເຂັ້ມງວດ.