ອິນໂດເນເຊຍກັບການພັດທະນາຕຳແໜ່ງງານ

ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້ມາພົບກັບເພື່ອນປະຈຳຄໍລຳ “ເບິ່ງກວ້າງເຫັນໄກ” ພ້ອມບົດຮຽນຈາກອິນໂດເນເຊຍກ່ຽວກັບການສົ່ງເສີມ ແລະ ພັດທະນາແຮງງານໃນຍຸກເຊື່ອມໂຍງ ເພື່ອໝູນໃຊ້ຕາມຄວາມສາມາດ ແລະ ເງື່ອນໄຂຂອງບ້ານເຮົາ. ເວົ້າສະເພາະໃນຄອບຄົວໃຫຍ່ອາຊຽນນີ້, ອິນໂດເນເຊຍເປັນປະເທດໜຶ່ງທີ່ປະຕິບັດນະໂຍບາຍສົ່ງເສີມ ແລະ ພັດທະນາແຮງງານຢ່າງຕໍ່ເນື່ອງ ແລະ ເປັນລະບົບ ເຊັ່ນເມື່ອປີກ່ອນນັ້ນ ທາງການຂອງປະເທດນີ້ກໍໄດ້ຈຳກັດການສົ່ງອອກແຮງງານເພດຍິງໄປອອກແຮງງານເປັນຄົນໃຊ້ປະຈຳຄົວເຮືອນຢູ່ຕ່າງປະເທດ ຍ້ອນວ່າມີກໍລະນີຂູດຮີດ, ການໃຊ້ຄວາມຮຸນແຮງ ກໍຄືການລວນລາມທາງເພດຕໍ່ແຮງງານຍິງເຫລົ່ານັ້ນ. ວິທີແກ້ບັນຫາກໍຄືທາງການໄດ້ເຈລະຈາຕົກລົງເງື່ອນໄຂອັນຈຳເປັນກັບປະເທດທີ່ຮັບແຮງງານຈົນໄດ້ຮັບຜົນສຳເລັດ ເຊັ່ນບໍ່ໃຫ້ຄົນໃຊ້ເພດຍິງພັກເຊົາຢູ່ເຮືອນຂອງນາຍຈ້າງ, ຕ້ອງມີບ່ອນໃຫ້ພັກຕ່າງຫາກ, ຕ້ອງໃຫ້ມີມື້ພັກຜ່ອນ ແລະ ອື່ນໆ. ພ້ອມດຽວກັນນັ້ນ ທາງການອິນໂດເນເຊຍກໍໄດ້ຈັດຕັ້ງໂຄງການເຝິກອົບຮົມວິຊາຊີບໃຫ້ແຮງງານທີ່ຈະໄປຂາຍແຮງງານຢູ່ຕ່າງປະເທດ ນັບແຕ່ເລື່ອງລະບຽບກົດໝາຍ, ມາດຕະຖານການອອກແຮງງານ, ຄວາມຮູ້ກ່ຽວກັບສິດທິທີ່ຕົນຄວນໄດ້ ແລະ ວິຊາຊີບ. ສຳລັບແຜນໃນຕໍ່ໜ້າ, ອິນໂດເນເຊຍຈະປິດບັນຊີແຮງງານທີ່ສົ່ງອອກ ເພື່ອໄປເປັນຄົນໃຊ້ປະຈຳຄົວເຮືອນ ເພາະເຫັນວ່າບໍ່ກຸ້ມຄ່າ. ແຮງງານຍິງອິນໂດເນເຊຍຕ້ອງມີວິຊາຊີບອັນແນ່ນອນຕິດມື ເຊັ່ນຄວາມຮູ້ກ່ຽວກັບການລ້ຽງເດັກ, ການເບິ່ງແຍງຜູ້ເຖົ້າ, ຄົວກິນ ແລະ ອື່ນໆ. ສຳລັບຢູ່ພາຍໃນປະເທດນັ້ນ ກໍມີຂ່າວອອກມາຫວ່າງບໍ່ດົນມານີ້ (Vientiane Times 7/11/2017) ວ່າ: ຫລາຍກະຊວງໃນອິນໂດເນເຊຍໄດ້ຂຶ້ນແຜນສະເພາະ ເພື່ອພັດທະນາຕຳແໜ່ງງານໃນຂະແໜງການຂອງຕົນ ແນໃສ່ສະໜອງຕະຫລາດແຮງງານ. ແຜນການນີ້ເປັນວຽກຈຸດສຸມລະດັບຊາດປະຈຳປີ 2018 ແລະ ຈະຜັນຂະຫຍາຍຢູ່ 10 ຕົວເມືອງ ແລະ ນະຄອນໃນທົ່ວປະເທດ. ບັນດາກະຊວງທີ່ຈະເຮັດໜ້າທີ່ເປັນຫົວຫອກໃນການສ້າງຕຳແໜ່ງງານນີ້ໄດ້ແກ່ກະຊວງພັດທະນາບ້ານ, ເຂດດ້ອຍໂອກາດ ແລະ ການເຄື່ອນຍ້າຍ, ກະຊວງໂຍທາ ແລະ ເຮືອນລັດ ແລະ ກະຊວງຂົນສົ່ງ. ກະຊວງພັດທະນາບ້ານ, ເຂດດ້ອຍພັດທະນາ ແລະ ການເຄື່ອນຍ້າຍນັ້ນ ມີງົບປະມານຂອງຕົນທັງໝົດ 60 ພັນຕື້ຣູເປຍ (ເທົ່າກັບ 4,44 ຕື້ໂດລາສະຫະລັດ) 30% ຂອງກ້ອນເງິນດັ່ງກ່າວຈະສຸມໃສ່ພັດທະນາແຮງງານ, ຜົນຮັບທີ່ຄາດຄະເນໄວ້ ກໍຄືຈະສາມາດສ້າງໄດ້ 5,7 ລ້ານຕຳແໜ່ງງານ. ສ່ວນກະຊວງໂຍທາ ແລະ ເຮືອນລັດນັ້ນ ຈະໃຊ້ງົບປະມານ 11,2 ພັນຕື້ຣູເປຍ ເພື່ອສ້າງໃຫ້ໄດ້ 236.656 ຕຳແໜ່ງງານໃນຂະແໜງການຂອງຕົນ ແລະ ແຮງງານແຕ່ລະຄົນຈະໄດ້ຮັບເງິນເດືອນ ເດືອນລະ 3.314 ລ້ານຣູເປຍ (ເງິນຣູເປຍອ່ອນກວ່າເງິນກີບເກືອບ 2 ເທົ່າ) ເຊິ່ງຈະເບີກເປັນງວດອາທິດ ຫລື ເດືອນ. ສຳລັບກະຊວງຂົນສົ່ງນັ້ນມີງົບປະມານເປັນຂອງຕົນເອງ 48 ພັນຕື້ຣູເປຍ ສຳລັບພັດທະນາແຮງງານ, ໃນນັ້ນ 7% ຂອງງົບປະມານຈະໃຊ້ເພື່ອສ້າງຕຳແໜ່ງງານໃໝ່ ໂດຍຈະເນັ້ນແຮງງານໃນໂຄງການກໍ່ສ້າງ ແລະ ຂະຫຍາຍສະໜາມບິນ. ໂຄງການສະໜາມບິນນີ້ຈະສ້າງຫລາຍໆຕຳແໜ່ງງານ ເພາະມັນກວມເອົາຫລາຍໜ້າວຽກເຊັ່ນ: ການບຸກເບີກເນື້ອທີ່ດິນ ແລະ ວຽກກໍ່ສ້າງ. ທ່ານ ກູໂມໂລ (Kumolo) ລັດຖະມົນຕີກະຊວງພາຍໃນອິນໂດເນເຊຍ ໄດ້ມີຄຳເຫັນກ່ຽວກັບບັນຫານີ້ວ່າ: ລັດຖະບານຈະອອກລະບຽບການຮ່ວມສຳລັບບັນດາກະຊວງທີ່ເຂົ້າຮ່ວມໃນແຜນງານພັດທະນາແຮງງານແບບມີຈຸດສຸມນີ້. ຜູ້ຂຽນບໍ່ຮູ້ລະອຽດກ່ຽວກັບການຈັດແບ່ງງົບປະມານສຳລັບບັນດາກະຊວງໃນອິນໂດເນເຊຍ ແຕ່ເຫັນວ່າການທີ່ໃຫ້ກະຊວງເປັນເຈົ້າການສ້າງຕຳແໜ່ງງານໃນຂະແໜງການຂອງຕົນເອົາເອງນັ້ນ ອາດດີກວ່າການສ້າງຕຳແໜ່ງງານແບບລວມໆຢ່າງແນ່ນອນ.