ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຊີ້ນຳວຽກງານກອງບັນຊາການ ປກສ ແຂວງບໍລິຄຳໄຊ

ໃນລະຫວ່າງ ວັນທີ 2-3 ພິຈິກນີ້, ທ່ານ ພົຕ ສົມແກ້ວ ສີລາ ວົງ ເລຂາທິການສູນກາງພັກ ລັດ ຖະມົນຕີ ກະຊວງປ້ອງກັນສະ ຫງົບ ແລະ ຄະນະໄດ້ລົງເຄື່ອນ ໄຫວຊີ້ນຳວຽກງານ ກອງບັນຊາ ການ ປກສ ແຂວງບໍລິຄຳໄຊ ໂດຍ ໄດ້ຮັບການຕອບຮັບຢ່າງອົບອຸ່ນ ຈາກຄະນະນຳ ແລະ ນັກຮົບກອງ ບັນຊາການດັ່ງກ່າວ.
+ ທ່ານນາຍົກລັດຖະມົນຕີ ຢ້ຽມຢາມແຂວງຫລວງພະບາງ
+ ປກສ ແຂວງສາລະວັນມອບລົດຄືນເຈົ້າຂອງເດີມ
ທ່ານ ພັອ ທອງໄບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ລາຍງານ ໂດຍຫຍໍ້ກ່ຽວກັບສະພາບການໃນ ແຂວງບໍລິຄຳໄຊ ໃນໄລຍະຜ່ານ ມາ ແລະ ໂອກາດນີ້ ທ່ານ ລັດຖະ ມົນຕີກະຊວງປ້ອງກັນຄວາມ ສະຫງົບໄດ້ເນັ້ນໃຫ້ຄະນະພັກ- ຄະນະບັນຊາກອງບັນຊາການ ແຕ່ລະຂັ້ນໃຫ້ເອົາໃຈໃສ່ສຶກສາ ອົບຮົມການເມືອງແນວຄິດພະ ນັກງານນັກຮົບ ທົ່ວກອງບັນຊາ ການໃຫ້ເຊື່ອມຊຶມແນວທາງ ຂອງພັກ, ໜັກແໜ້ນ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ, ຊຳ ນິຊຳນານທາງດ້ານວິຊາສະ ເພາະ, ມີລະບຽບແບບ ແຜນໃນ ການເຮັດວຽກ, ປະຕິບັດຫລັກ ການລວມສູນປະຊາທິ ປະໄຕ ແລະ ປະຕິບັດລະບອບຊ່ອງແສງ ລາຍງານຕໍ່ຂັ້ນເທິງ ຢ່າງເປັນປົກ ກະຕິ, ກຳແໜ້ນສະພາບການ ເຄື່ອນໄຫວຂອງອິດທິກຳລັງປໍລະປັກ-ກຸ່ມຄົນບໍ່ດີ ແລະ ປະກົດ ການຫຍໍ້ທໍ້ໃນສັງຄົມ, ເອົາໃຈໃສ່ ປັບປຸງວຽກງານພາລາແກ້ໄຂ ຊີວິດການເປັນຢູ່ພາຍໃນກຳລັງ ໃຫ້ດີຂຶ້ນ, ເອົາໃຈໃສ່ຄຸ້ມຄອງ ການເຂົ້າ-ອອກເມືອງຂອງພົນ ລະເມືອງລາວ ແລະ ຊາວຕ່າງ ປະເທດສືບຕໍ່ຫັນພະນັກງານ ລົງກໍ່ສ້າງຮາກຖານການ ເມືອງ ຢູ່ບັນດາເມືອງ, ຈຸດສຸມ ແລະ ເຂດຫລໍ່ແຫລມ, ປຸກລະດົມປະຊາ ຊົນ, ປະກອບສ່ວນເຂົ້າໃນວຽກ ງານປ້ອງກັນຊາດປ້ອງກັນ ຄວາມສະຫງົບສຸມໃສ່ຈັດຕັ້ງ ປະຕິບັດ 4 ຄາດໝາຍ 4 ແຜນ ງານໃຫຍ່ ແລະ ບັນດາແຜນ ວຽກທີ່ກະຊວງວາງອອກແນ ໃສ່ຮັບປະກັນໄດ້ຄວາມສະຫງົບ ປອດໄພຂອງສັງຄົມ ແລະ ສະ ຖຽນລະພາບທາງດ້ານການ ເມືອງໂດຍພື້ນຖານ.