ງານວາງສະແດງຜົນງານການຖັກແຊ່ວພື້ນເມືອງ

ໃນຕອນຄ່ຳວັນທີ 9 ພະຈິກ ນີ້, ທີ່ສະຖານທູດຝຣັ່ງນະຄອນ ຫລວງວຽງຈັນ, ໄດ້ມີງານວາງ ສະແດງຜົນງານການຖັກແຊ່ວ ພື້ນເມືອງ ແລະ ຕຸກກະຕາອີ່ປ໋ອກ, ໂດຍການເປັນປະທານຂອງທ່ານນາງ ໂກຣດິນ ເລີດູ (Claudine Ledoux) ແລະ ເປັນກຽດເຂົ້າ ຮ່ວມຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ພ້ອມ ດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ ເປັນຈໍານວນຫລາຍ.
+ ງານວາງສະແດງສິນຄ້າໄທຄັ້ງທີ 3 ທີ່ນະຄອນຫຼວງວຽງຈັນ
+ ງານວາງສະແດງຮູບພາບ, ສື່ສິ່ງພິມລາວ-ຫວຽດນາມໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຫລວງຫລາຍ
ທ່ານນາງ ໂກຣດິນ ເລີດູ ກ່າວວ່າ: ການຖັກແຊ່ວພື້ນ ເມືອງຕ່າງໆ ແລະ ຕຸກກະຕາ ອີ່ ປ໋ອກທີ່ມາວາງສະແດງນີ້, ເປັນ ຜົນງານຂອງທ່ານ ນິດ ນັກສິ ລະປະໜຸ່ມນ້ອຍດ້ານການຖັກ ແຊ່ວ, ແຕ້ມຮູບ, ແກະສະຫລັກ ແລະ ເປັນຊ່າງ ທີ່ມີສີມືດ້ານ ງານໄມ້ທີ່ຂັດເງົາດ້ວຍສີນ້ຳ ມັນ, ໂດຍມີພູມລຳເນົາຢູ່ແຂວງ ຫລວງພະບາງ, ເຊິ່ງໄດ້ຮຽນ ຈົບຈາກ ມະຫາວິທະຍາໄລ ສິລະ ປະທີ່ປະເທດຝຣັ່ງ ແລະ ໄດ້ກັບມາ ສ້າງຜົນງານຢູ່ລາວ. ງານວາງ ສະແດງຄັ້ງນີ້, ຈຸດປະສົງເພື່ອຟື້ນ ຟູ ແລະ ສົ່ງເສີມສິລະປະທີ່ເປັນ ມູນເຊື້ອອັນເກົ່າແກ່ຂອງວັດທະ ນະທຳຫລວງພະບາງໃຫ້ຊາວ ຕ່າງຊາດ ແລະ ຄົນລຸ້ນໃໝ່ໄດ້ ຮັບຮູ້ ແລະ ສືບຕໍ່ຮັກສາສິ່ງທີ່ດີ ງາມໄວ້ໃຫ້ຢູ່ຄຽງຄູ່ຊາດລາວຕະ ຫລອດໄປ.