ອິດສະລາແອນກ່າວອ້າງ ສັງຫານຜູ້ນໍາແຮັດໂບລາໃນການໂຈມຕີທາງອາກາດຖະຫລົ່ມນະຄອນຫລວງເບຣຸດ

ກອງກໍາລັງປ້ອງກັນປະເທດ ອິດສະລາແອນ (IDF) ເຜີຍແຜ່ຖະແຫລງການຜ່ານ X ຢືນຢັນວ່າ: ທ່ານ ຮໍາຊັນ ນາສຣັລເລາະ ເລຂາທິການໃຫຍ່ຂອງກຸ່ມແຮັດໂບລາ ຖືກສັງຫານແລ້ວໃນການໂຈມຕີທາງອາກາດຖະຫລົ່ມນະຄອນຫລວງເບຣຸດໃນວັນທີ 27 ກັນຍາ.
ຖະແຫລງການຂອງ IDF ລະບຸຂໍ້ຄວາມວ່າ: ທ່ານ ຮໍາຊັນ ນາສຣັລເລາະ ຈະບໍ່ສາມາດສ້າງຄວາມຢ້ານກົວໃຫ້ໂລກໄດ້ອີກຕໍ່ໄປ.
ຖະແຫລງການມີຂຶ້ນພາຍຫລັງ IDF ປະຕິບັດການໂຈມຕີທາງອາກາດຖະຫລົ່ມເປົ້າໝາຍໃນເຂດດາຮິເຢ ຖານທີ່ໝັ້ນຂອງກຸ່ມແຮັດໂບລາ ທາງພາກໃຕ້ຂອງນະຄອນຫລວງເບຣຸດ ປະເທດລີບັງ ຢ່າງຕໍ່ເນື່ອງໃນຄືນຜ່ານມານ ເຊິ່ງສົ່ງຜົນເຮັດໃຫ້ອາຄານພັງຖະຫລົ່ມຫລາຍຫລັງ ແລະ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ, ບາດເຈັບ 100 ກວ່າຄົນ.
ໂດຍ IDF ລະບຸວ່າ: ໄດ້ສົ່ງເຮືອບິນຮົບໂຈມຕີໃສ່ສໍານັກງານໃຫຍ່ຂອງກຸ່ມແຮັດໂບລາ ເຊິ່ງຕັ້ງຢູ່ໃນໃຕ້ດິນໃນເຂດດາຮິເຢ ຫລັງໄດ້ຮັບຂ່າວທີ່ແນ່ນອນຈາກໜ່ວຍງາມຄວາມໝັ້ນຄົງ ແລະ ປະສົບຜົນສໍາເລັດຢ່າງວ່ອງໄວພາຍຫລັງໂຈມຕີປະມານ 10-12 ຄັ້ງ.
ນອກຈາກນີ້, IDF ຍັງອ້າງວ່າ: ໄດ້ສັງຫານທ່ານ ອາລີ ກາຣາກີ ຜູ້ບັນຊາການແນວຮົບດ້ານໃຕ້ຂອງກຸ່ມແຮັດໂບລາ ແລະ ຜູ້ນໍາກຸ່ມຄົນອື່ນໆນໍາອີກ.
ຂະນະທີ່ກຸ່ມແຮັດໂບລາຍັງບໍ່ໄດ້ສະແດງທ່າທີຢືນຢັນ ຫລື ປະຕິເສດຕໍ່ຂໍ້ກ່າວອ້າງຂອງອິດສະລາແອນ.
ອ້າງອີງ:
- https://www.aljazeera.com/news/liveblog/2024/9/28/israel-attacks-lebanon-deaths-mount-as-beirut-buildings-bombed-to
- https://www.bbc.com/news/live/c981g8mrl8lt