ນາຍົກລັດຖະມົນຕີ ກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79 ຢູ່ ນິວຢອກ, ສ ອາເມລິກາ
ວັນທີ 27 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 79 ທີ່ ນິວຢອກ, ສ ອາເມລິກາ ວ່າ: ໃນປັດຈຸບັນ, ວົງຄະນາຍາດສາກົນພວມຜະເຊີນກັບສິ່ງທ້າທາຍຫລາຍຢ່າງ ທີ່ເກີດຂຶ້ນຢູ່ໃນພາກພື້ນຕ່າງໆຂອງໂລກ ເປັນຕົ້ນແມ່ນຄວາມເຄັ່ງຕຶງດ້ານພູມສາດການເມືອງ, ການປະທະກັນດ້ວຍກໍາລັງອາວຸດ, ວິກິດການດ້ານ ເສດຖະກິດ ແລະ ການເງິນ, ໄພພິບັດທໍາມະຊາດເກີດຂຶ້ນຢ່າງລຽນຕິດ ເເລະ ມີຄວາມຮຸນເເຮງຫລາຍຂຶ້ນ ອັນເກີດຈາກການປ່ຽນແປງຂອງດິນຟ້າອາກາດ, ຄວາມທຸກຍາກທີ່ເພີ່ມຂຶ້ນ ແລະ ຄວາມບໍ່ສະຫງົບທາງສັງຄົມ ທີ່ພວມແຜ່ລາມໃນທົ່ວໂລກ ແລະ ອື່ນໆ. ທັງໝົດເຫລົ່ານີ້, ໄດ້ສືບຕໍ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງສາກົນ. ພ້ອມທັງເປັນອຸປະສັກ ກີດຂວາງການພັດທະນາຂອງບັນດາປະເທດ ກໍຄື ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ບໍ່ສາມາດບັນລຸໄດ້ຕາມຄາດໝາຍ ພ້ອມທັງຍັງເຮັດໃຫ້ສະພາບເສດຖະກິດ ແລະ ການເງິນຂອງຫລາຍປະເທດ ທີ່ຍັງບໍ່ທັນຟື້ນຕົວຈາກຜົນກະທົບຂອງການລະບາດຂອງ ພະຍາດໂຄວິດ-19 ສືບຕໍ່ໄດ້ຮັບຜົນກະທົບຮຸນແຮງກວ່າເກົ່າ. ບັນດາປະເທດສະມາຊິກອົງການສະຫະປະຊາຊາດ ໄດ້ມີຄວາມພະຍາຍາມ ເພື່ອເພີ່ມທະວີການຮ່ວມມືທັງໃນຂອບຫລາຍຝ່າຍ ໂດຍຜ່ານກົນໄກພາກພື້ນຕ່າງໆ ເພື່ອພ້ອມກັນແກ້ໄຂບັນຫາເຄັ່ງ ຮ້ອນຕ່າງໆທີ່ພວມເກີດຂຶ້ນ ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາສັນຕິພາບ ທີ່ເປັນພື້ນຖານຈໍາເປັນທີ່ສຸດ ແກ່ການພັດທະນາແບບຍືນຍົງ.
ຕໍ່ກັບສະພາບຄວາມຂັດເເຍ່ງທີ່ເກີດຂຶ້ນໃນລະດັບສາກົນ, ສປປ ລາວ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ການປະ ທະກັນດ້ານອາວຸດ ທີ່ມີທ່າອ່ຽງຈະແຜ່ລາມໃນພາກພື້ນຕາເວັນອອກກາງ ແລະ ຂົງເຂດອື່ນໆ ອັນນຳໄປສູ່ວິກິດການດ້ານມະນຸດສະທໍາຕໍ່ປະຊາຊົນຜູ້ບໍລິສຸດ, ເຊິ່ງເຫັນວ່າວິທີທາງດຽວທີ່ຈະສາມາດຮ່ວມກັນແກ້ໄຂຂໍ້ຂັດແຍ່ງໃນທຸກລະດັບ ແລະ ນໍາໄປສູ່ສັນຕິພາບແບບຍືນຍົງ ແມ່ນເລີ່ມຕົ້ນຈາກ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໄປຄຽງຄູ່ກັບການເຈລະຈາທາງການທູດ ບົນພື້ນຖານການເຄົາລົບອໍານາດອະທິປະໄຕ ແລະ ຍຶດໝັ້ນຕໍ່ບັນດາຫລັກ ການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດອົງການສະຫະປະຊາຊາດ ລວມທັງການສືບຕໍ່ເພີ່ມທະວີການຮ່ວມ ມືເພື່ອການພັດທະນາ ແລະ ການເປັນຄູ່ຮ່ວມສາກົນເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາວາລະ 2030 ເພື່ອການພັດທະນາແບບຍືນຍົງ ກໍຄື ຜົນຂອງກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ທີ່ຜູ້ນຳໂລກຫາກໍໄດ້ຮັບຮອງເອົາ ບົນພື້ນຖານການສົ່ງເສີມຂອບການຮ່ວມມືຫລາຍຝ່າຍທີ່ມີອົງການສະຫະປະຊາຊາດ ເປັນໃຈກາງ ເພື່ອໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວົງຄະນາຍາດສາກົນ ໄດ້ຢ່າງແທດເໝາະ ແລະ ທັນການ.
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເເຈ້ງໃຫ້ທີ່ປະຊຸມຊາບວ່າ: ໃນປີ 2024 ນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ແລະ ໄດ້ກຳນົດຄຳຂວັນສຳລັບການເປັນປະທານອາຊຽນ ຄື: “ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແນໃສ່ສ້າງອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາບຸລິມະສິດອາຊຽນ 2024 ແລະ ບັນດາຂໍ້ລິເລີ່ມຕ່າງໆ. ຄໍາຂວັນ ດັ່ງກ່າວ ແມ່ນສອດຄ່ອງກັບນະໂຍບາຍຂອງ ສປປ ລາວໃນການຫັນປະເທດ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ ເປັນປະເທດເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນ ໃນການສ້າງອາຊຽນ ໃຫ້ ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ ຢ່າງມີປະສິດທິພາບ ແລະ ທັນການ ໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ຍັງສືບຕໍ່ ປະເຊີນກັບ ສິ່ງທ້າທາຍ, ຄວາມຫຍຸ້ງຍາກຫລາຍຢ່າງ ແລະ ມີການຜັນແປໄປຢ່າງໄວວາ ແລະ ສະຫລັບສັບຊ້ອນ, ທັງປະກອບ ສ່ວນເຂົ້າໃນພາລະກິດລວມຂອງວົງຄະນາຍາດສາກົນ ໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ກໍຄື ການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.
ສິ່ງສຳຄັນ, ປີນີ້ ອາຊຽນ ກຳລັງສຸມໃສ່ສ້າງແຜນຍຸດທະສາດ ໃນແຕ່ລະດ້ານກໍຄື ວິໄສທັດປະຊາຄົມອາຊຽນ 2045 ແນໃສ່ສ້າງອາຊຽນໃຫ້ເປັນ ປະຊາຄົມທີ່ມີຄວາມເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ຖືເອົາປະຊາ ຊົນເປັນໃຈກາງ ກໍຄື ການຈັດຕັ້ງປະຕິບັດ ວາລະແຫ່ງການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ. ນອກນີ້, ອາຊຽນຈະສືບຕໍ່ເລັ່ງລັດຂະບວນການ ເພື່ອຮັບເອົາຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ໃນອະນາຄົດອັນໃກ້ນີ້.
ສປປ ລາວ ສືບຕໍ່ມີຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ແນໃສ່ການພັດທະນາເສດຖະກິດ-ສັງຄົມ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການຫລຸດຜ່ອນຄວາມທຸກຍາກ. ໃນເດືອນກໍລະກົດທີ່ຜ່ານມາ, ສປປ ລາວ ໄດ້ນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 ຕໍ່ກອງປະຊຸມເວທີການເມືອງລະດັບສູງ ປະຈໍາປີ 2024 ເຊິ່ງໄດ້ຍົກໃຫ້ເຫັນວ່າ ຄວາມຄືບໜ້າຂອງພວກເຮົາ ຍັງມີຄ ວາມຊັກຊ້າຫລາຍ ແລະ ຍັງບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້. ໃນນັ້ນ, ການຈັດຕັ້ງປະຕິບັດເປົ້າໝາຍການ ພັດທະນາແບບຍືນຍົງແຫ່ງຊາດ ທີ 18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍໜຶ່ງທີ່ມີຄວາມ ຄືບໜ້າໃນຫລາຍລະດັບ ເເຕ່ເຖິງຢ່າງໃດກໍຕາມ ບັນຫາດັ່ງກ່າວ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນລາວ ແລະ ໄດ້ກີດຂວາງການພັດທະນາປະເທດຊາດ ເຊິ່ງ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອແກ້ໄຂບັນຫາທີ່ຍືດເຍື້ອຍາວນານ ແລະ ທ້າ ທາຍນີ້ ຕາມສົນທິສັນຍາສາກົນ ວ່າດ້ວຍລະເບີດລູກຫວ່ານ. ອີກອຸປະສັກໜຶ່ງທີ່ໄດ້ສ້າງຄວາມກີດຂວາງ ໃນການ ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ແມ່ນການສະໜອງທຶນທີ່ບໍ່ພຽງພໍ, ເຊິ່ງມີຄວາມຈຳເປັນ ຕ້ອງປະຕິຮູບໂຄງສ້າງທາງດ້ານການເງິນສາກົນຢ່າງຮີບດ່ວນ ໂດຍການປະສານສົມທົບກັນຂອງ ລະບົບການພັດທະ ນາຂອງອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນສາກົນ, ພ້ອມທັງ ສົ່ງເສີມບົດບາດ ການມີສ່ວນຮ່ວມຂອງບັນດາປະເທດກຳລັງພັດທະນາ ເຂົ້າໃນຂະບວນການຕັດສິນບັນຫາເສດຖະກິດສາກົນ, ການກຳນົດລະບຽບການ ແລະ ການຄຸ້ມຄອງເສດຖະກິດສາກົນ.
ປັດໄຈໜຶ່ງທີ່ສຳຄັນ ສາມາດເລັ່ງລັດການພັດທະນາຂອງປະເທດ ແມ່ນບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ ແລະ ນະວັດຕະກໍາ ເພື່ອສົ່ງເສີມການເຕີບໂຕສີຂຽວ ແລະ ຫັນສູ່ເສດຖະກິດດີຈິຕອນ ທີ່ເປັນ ມິດຕໍ່ສິ່ງແວດລ້ອມ ແລະ ການລົງທຶນເຂົ້າໃນການດູດຊຶມ ແລະ ກັກເກັບກາກບອນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ອຳນວຍຄວາມສະດວກໃນການເຂົ້າເຖິງ ແລະ ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳທີ່ເໝາະສົມ ເພື່ອຊຸກດັນຍູ້ແຮງການພັດທະນາແບບກ້າວກະໂດດ ລວມທັງສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດ ແລະ ວິໄສທັດ ເພື່ອການພັດທະນາເສດຖະກິດດີຈິຕອນ ຂອງ ສປປ ລາວ.
ຂ່າວ: ກະຊວງການຕ່າງປະເທດ