ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວ ຢູ່ອີຣັກ-ອີຣານເພີ່ມເປັນກວ່າຮ້ອຍຄົນແລ້ວ

ຕົວເລກຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວລະດັບ 7,3 ເພີ່ມຂຶ້ນຕໍ່ເນື່ອງ, ອີຣານ 129 ຄົນ, ອີຣັກ 6 ຄົນ ແລະ ມີຜູ້ບາດເຈັບອີກຫລາຍຮ້ອຍຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງແບກແດດ ປະເທດອີຣັກ ໃນວັນທີ 13 ພະຈິກວ່າ: ທ່ານ ໂມຕາບາ ນິກເຄີດາ ຮອງເຈົ້າແຂວງເຄີມັນຊາ ຂອງອີຣານ ເຊິ່ງຕັ້ງຢູ່ທາງຕາເວັນຕົກຂອງປະເທດໃກ້ຊາຍແດນອີຣັກ ໃຫ້ສຳພາດແກ່ສະຖານີໂທລະພາບໄອອາຣໄອບີຂອງທາງການ ຄວາມຄືບໜ້າສະຖານະການແຜ່ນດິນໄຫວຮຸນແຮງລະດັບ 7,3 ແມກນິຈູດ ທີ່ເກີດຂຶ້ນເມື່ອເວລາ 21:18 ໂມງ ວັນທີ 12 ພະຈິກ ຕາມເວລາທ້ອງຖິ່ນ (01:18 ໂມງ ວັນທີ 13 ພະຈິກ ຕາມເວລາຢູ່ລາວ).
ຕົວເລກຜູ້ເສຍຊີວິດເພີ່ມຂຶ້ນຢ່າງວ່ອງໄວເປັນຢ່າງໜ້ອຍ 129 ຄົນ, ຂະນະທີ່ສຳນັກຂ່າວແຫ່ງຊາດໄອອາຣເອັນເອລາຍງານຕົວເລກຜູ້ໄດ້ຮັບບາດເຈັບມີປະມານ 300 ຄົນ ໂດຍທ່ານ ໂມຕາບາ ເປີດເຜີຍວ່າ: ຜູ້ເສຍຊີວິດກວ່າ 60 ຄົນ ຢູ່ໃນເຂດພື້ນທີ່ເມືອງຊາຣໂປ-ອີ ຊາຮັບ ເຊິ່ງຢູ່ຫ່າງຈາກຊາຍແດນປະມານ 15 ກິໂລແມັດ, ຂະນະທີ່ທາງການອີຣັກລາຍງານຕົວເລກຜູ້ເສຍຊີວິດມີຢ່າງໜ້ອຍ 6 ຄົນ ແລະ ບາດເຈັບປະມານ 150 ຄົນ.
ສຳນັກງານສຳຫລວດທໍລະນີວິທະຍາອາເມລິກາ (USGS) ລາຍງານວ່າ: ເຫດແຜ່ນດິນໄຫວລະດັບ 7,8 ແມກນິຈູດ ມີສູນກາງຢູ່ເມືອງຮາລັບຈາໃນເຂດປົກຄອງຕົນເອງເກີດິດສະຖານຂອງອີຣັກ, ຂະນະທີ່ທາງການອີຣັກລາຍງານລະດັບຄວາມຮຸນແຮງໃນລະດັບ 6,5 ແມກນິຈູດ ມີຈຸດສູນກາງຢູ່ເມືອງເປນຈາວິນ ແຂວງສະໄລມານິຍາຂອງເກີດິດສະຖານ ເຊິ່ງຢູ່ທາງເໜືອຈາກຈຸດທີ່ USGS ລາຍງານ.