ກິນອາຫານ 8 ຊະນິດນີ້ເພື່ອເສີມພູມຕ້ານທານໄຂ້ຫວັດ
November 13, 2017 - 12:00 PM

ການກິນອາຫານທີ່ມີປະໂຫຍດ ໂດຍສະເພາະອາຫານ 8 ຊະນິດຕໍ່ໄປນີ້ ເຊື່ອວ່າອາດໃຫ້ຜົນໃນການເພີ່ມພູມຕ້ານທານ ປ້ອງກັນ ຫລື ຫລຸດຄວາມຮຸນແຮງຂອງໄຂ້ຫວັດໄດ້ ເຊິ່ງປະກອບມີ :
- ອາຫານລົດຊາດເຜັດ ລວມທັງເຄື່ອງປຸງ ເຊັ່ນ : ຜັກທຽມ, ໝາກເຜັດ, ຫລຸດອາການຕັນດັງ ຊ່ວຍໃຫ້ຫາຍໃຈໂລ່ງຂຶ້ນ.
- ຜັກທຽມ : ຊ່ວຍຫລຸດອາການໄຂ້ຫວັດ ຈະໃສ່ລົງໃນອາຫານ ຫລື ຫຍຳ້ກິນສົດໆກໍໄດ້ ມື້ລະ 1 – 2 ກີບ.
- ດື່ມນຳ້ຫລາຍໆ : ແທນການດື່ມກາເຟ, ນຳ້ອັດລົມ ຫລື ເຄື່ອງດື່ມທີ່ມີລົດຊາດຫວານໆ, ອາດດື່ມນຳ້ໝາກໄມ້ສົດເພື່ອເສີມວິຕາມິນເຊ, ເຄື່ອງດື່ມຮ້ອນທີ່ຊ່ວຍໄດ້ ເຊັ່ນ : ຊາ, ນຳ້ໝາກນາວອຸ່ນຈະຊ່ວຍຫລຸດຂີ້ກະເທີ່ໄດ້.
- ແກງໄກ່ຮ້ອນໆ : ຊ່ວຍຫລຸດອາການຕັນດັງ ອາດໃສ່ຜັກຫລາຍໆສີເພື່ອເພີ່ມສານແອນຕີອັອກຊິແດນ ເຮັດໃຫ້ຮ່າງກາຍ ແຂງແຮງ, ມີສຸຂະພາບດີ, ແກງໄກ່ທີ່ຜ່ານຂະບວນການຕົ້ມດົນໆ ຈົນໂປຣຕິນຍ່ອຍສະຫລາຍເປັນ ໄດເປບໄທ ອາດຊ່ວຍກະຕຸ້ນພູມ ຕ້ານທານຊ່ວຍໃຫ້ຮ່າງກາຍສົດຊື່ນ ແລະ ຍັງໃຫ້ໂປຣຕິນທີ່ດີຕໍ່ຮ່າງກາຍນຳ.
- ສານຕໍ່ຕ້ານອະນຸມູນອິດສະລະ ເຊັ່ນ : ເບຕ້າແຄໂຣທີນ (ວິຕາມິນອາ), ວິຕາມິນເຊ, ວິຕາມິນເອີ ຊ່ວຍກຳຈັດສິ່ງແປກປອມ ຫລື ເຊື້ອພະຍາດເຂົ້າສູ່ຮ່າງກາຍ ປ້ອງກັນການຕິດເຊື້ອ, ຜັກ ແລະ ໝາກໄມ້ທີ່ມີສານຕ້ານອະນຸມູນອິດສະລະຫລາຍ ເຊັ່ນ : ຫົວກະຫລົດ, ຜັກໃບຂຽວເຂັ້ມ, ໝາກກ້ຽງ, ໝາກສີດາ, ໝາກລະແຊັງ, ໝາກແຕງແຄນຕາລູບ, ໝາກຫຸ່ງສຸກ ເປັນຕົ້ນ.
- ໝາກໄມ້ຕະກູນໝາກກ້ຽງ : ມີວິຕາມິນເຊຫລາຍ ຊ່ວຍຫລຸດຄວາມສ່ຽງການຕິດໄຂ້ຫວັດ ໂດຍສະເພາະຜູ້ທີ່ສູບຢາ ຫລື ຢູ່ໃນວົງການຄົນສູບຢາ ເຊິ່ງເພີ່ມຄວາມສ່ຽງເປັນໄຂ້ຫວັດ ແລະ ເຮັດໃຫ້ຮ່າງກາຍຕ້ອງການວິຕາມິນເຊຫລາຍຂຶ້ນ.
- ອາຫານອື່ນໆທີ່ເປັນແຫ່ລງວິຕາມິນເຊ ເຊັ່ນ : ໝາກສີດາ, ໝາກເຜັດຫວານ, ໝາກສະຕໍເບີຣີ, ໝາກນັດ, ຜັກກະລໍ່າ ລ້ວນແຕ່ຊ່ວຍເພີ່ມພູມຕ້ານທານ.
8. ຂີງ : ຊ່ວຍຫລຸດອາການໄຂ້ຫວັດ ແລະ ປ້ອງກັນໄຂ້ຫວັດ ເຊິ່ງນຳ້ຂີງອຸ່ນໆປະສົມຜັກທຽມ 2 – 3 ກີບ ຊ່ວຍໃຫ້ລະບົບຫາຍໃຈເຮັດວຽກຄ່ອງຂຶ້ນ.