ຄວາມເຂົ້າໃຈຜິດກ່ຽວກັບຢາຄຸມກຳເນີດສຸກເສີນ
November 13, 2017 - 12:02 PM

ມີຄວາມເຂົ້າໃຈໂດຍບໍ່ຖືກຕ້ອງກ່ຽວກັບຢາຄຸມກຳເນີດສຸກເສີນຫລາຍປະການ ເຊິ່ງແມ່ຍິງຫລາຍຄົນມັກເຂົ້າໃຈຜິດ ແລະ ບໍ່ ເຄີຍຮູ້ມາກ່ອນເລີຍ. ການໃຊ້ຢາຄຸມກຳເນີດຈະມີປະໂຫຍດຫາກທ່ານໃຊ້ຢ່າງຖືກຕ້ອງ.
- ຢາຄຸມສຸກເສີນໃຊ້ເພື່ອຄຸມກຳເນີດໃນໄລຍະຍາວໄດ້ : ຄວາມເຂົ້າໃຈນີ້ບໍ່ຖືກຕ້ອງ ຫາກທ່ານບໍ່ພ້ອມທີ່ຈະມີລູກ, ແຕ່ຢາກຄຸມກຳເນີດໃນໄລຍະຍາວ ມີວິທີຄຸມກຳເນີດທີ່ເໝາະສົມ ແລະ ມີປະສິດທິພາບຫລາຍກ່ວາ ເຊັ່ນ : ການກິນຢາຄຸມກຳເນີດຊະນິດເມັດ ໂດຍກິນມື້ລະ 1 ເມັດ. ນອກຈາກນີ້, ການກິນຢາຄຸມກຳເນີດສຸກເສີນເປັນປະຈຳຈະພົບອາການຂ້າງຄຽງສູງ ເຊັ່ນ : ເຈັບຫົວ, ປວດຮາກ, ເລືອດປະຈຳເດືອນອອກໜ້ອຍ ລວມທັງພົບຄວາມສ່ຽງໃນການເກີດບັນຫາການຖືພານອກມົດລູກນຳອີກ.
- ຢາຄຸມສຸກເສີນ ເປັນຢາເຮັດໃຫ້ຫລຸລູກ : ຄວາມເຂົ້າໃຈນີ້ບໍ່ຖືກຕ້ອງ ຢາຄຸມກຳເນີດສຸກເສີນສາມາດປ້ອງກັນການຖືພາໄດ້ເທົ່ານັ້ນ ຄືຕ້ອງໄດ້ຮັບຢາເຂົ້າໄປໃນຮ່າງກາຍກ່ອນທີ່ຈະມີການຝັງໂຕຂອງໄຂ່ຢູ່ເນື້ອເຍື່ອມົດລູກ, ແຕ່ຫາກໄຂ່ທີ່ປະສົມກັບອະສຸຈິໄດ້ຝັງໂຕຢູ່ເນື້ອເຍື່ອຜິວໜັງມົດລູກໄປແລ້ວ ຢານີ້ຈະເຮັດຫຍັງບໍ່ໄດ້. ດັ່ງນັ້ນ ຢານີ້ຈຶ່ງບໍ່ແມ່ນຢາເຮັດໃຫ້ຫລຸລູກໄດ້.
- ຢາຄຸມກຳເນີດສຸກເສີນປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້ : ນີ້ກໍແມ່ນຄວາມເຂົ້າໃຈທີ່ບໍ່ຖືກຕ້ອງ ການໃຊ້ຢາຄຸມກຳເນີດສຸກເສີນນັ້ນບໍ່ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້, ແຕ່ການໃຊ້ຖົງຢາງອະນາໄມເປັນວິທີການຄຸມກຳເນີດທີ່ສາມາດຄຸມກຳເນີດ ແລະ ປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້.
4. ຢາຄຸມກຳເນີດສຸກເສີນອາດເຮັດໃຫ້ລູກພິການໄດ້ຫາກໄດ້ຮັບໂດຍບໍ່ຮູ້ວ່າຖືພາ : ຄວາມເຂົ້າໃຈນີ້ບໍ່ຖືກຕ້ອງ ທັງນີ້ມີລາຍງານວ່າບໍ່ພົບເດັກນ້ອຍພິການຈາກແມ່ທີ່ກິນຢາຄຸມກຳເນີດໂດຍບໍ່ຮູ້ວ່າໂຕເອງກຳລັງຖືພາ.