ກຳມະບານລາວ ຫາລືເກັບກຳຂໍ້ມູນສໍາຫລວດຄ່າຄອງຊີບຂອງພະນັກງານ-ລັດຖະກອນ ເພື່ອນຳສະເໜີລັດຖະບານ

ວັນທີ 4 ຕຸລາ 2024, ສູນກາງສະຫະພັນກຳມະບານລາວ ກົມປົກປ້ອງແຮງງານ ໄດ້ຈັດກອງປະຊຸມກ່ຽວກັບການເກັບກຳຂໍ້ມູນສໍາຫລວດຄ່າຄອງຊີບຂອງພະນັກງານ-ລັດຖະກອນ, ເພື່ອເປັນຂໍ້ມູນສະເໜີຕໍ່ລັດຖະບານໃນການພິຈາລະນາເພີ່ມຄ່າຄອງຊີບ ແລະ ສະຫວັດດີການໃຫ້ພະນັກງານ-ລັດຖະກອນໃຫ້ມີລາຍຮັບໃຫ້ແທດເໝາະກັບຄ່າໃຊ້ຈ່າຍໃນສະພາບເສດຖະກິດໃນປັດຈຸບັນ.
ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ກ່າວເປີດກອງປະຊຸມນຳສະເໜີກ່ຽວພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນກໍາມະບານລາວ ແລະ ການລົງສຳຫລວດຄ່າຄອງຊີບຂອງພະນັກງານ-ລັດຖະກອນ ພ້ອມສົນທະນາແລກປ່ຽນຂໍ້ມູນຕົວຈິງໃນການປະກອບແບບຟອມຂອງແຕ່ລະຫົວຂໍ້ຂອງແບບຟອມ ເຊິ່ງແບບຟອມດັ່ງກ່າວປະກອບມີ 7 ຫົວຂໍ້ໃຫຍ່. ຈາກນັ້ນຍັງໄດ້ແນະນຳການສຳຫລວດເກັບກຳຂໍ້ມູນຕົວຈິງ, ສັງລວມລາຍງານຕົວເລກຄ່າຄອງຊີບຂອງພະນັກງານ-ລັດຖະກອນ ພ້ອມທັງແບ່ງກຸ່ມເພື່ອທົດລອງປະຕິບັດສຳຫລວດເກັບກຳພ້ອມທັງຂຶ້ນນຳສະເໜີທົດລອງຕົວຈິງທັງໝົດກໍເພື່ອເຮັດສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມກ່ຽວກັບການນຳໃຊ້ແບບຟອມເພື່ອລົງເກັບກຳຂໍ້ມູນຄ່າຄອງຊີບຂອງພະນັກງານ-ລັດຖະກອນ ຢູ່ ສປປ ລາວ.