ກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຫົວຂໍ້ ” ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”

ວັນທີ 7 ຕຸລາ 2024 ນີ້, ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ຮ່ວມກັບ ຄະນະກໍາມາທິການເສດຖະກິດ-ສັງຄົມ ອົງການ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊິຟິກ (United Nations Economic and Social Commission for Asia and the Pacific (UNESCAP)) ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN Business Advisory Council (ABAC)) ໄດ້ຈັດກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 (ASEAN Investment Forum 2024) ຢູ່ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ເພື່ອແນໃສ່ຍົກສູງບົດບາດຂອງອາຊຽນເພື່ອບັນລຸເປົ້າໝາຍການດຶງດູດລົງທຶນ ໃນໄລຍະການຈັດຕັ້ງແຜນບູລິມະສິດໃນແຜນຍຸດທະສາດທີ່ສໍາຄັນໃນການຂະຫຍາຍຕົວແບບຍືນຍົງ ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ລວມຈຳນວນ 300 ກວ່າທ່ານ.
ໃນໂອກາດທີ່ສຳຄັນດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມສາມາດການປັບຕົວຂອງອາຊຽນ ໃນການປະເຊີນໜ້າກັບສິ່ງທ້າທາຍໃນທົ່ວໂລກ ແລະ ໄດ້ຍົກໃຫ້ເຫັນແຜນການດຳເນີນງານການລົງທຶນຂອງພາກພື້ນອາຊຽນ ເປັນຂໍ້ລິເລີ່ມທີ່ສຳຄັນ ເພື່ອແນໃສ່ຊຸກຍູ້ໃຫ້ອາຊຽນເປັນຈຸດໝາຍຂອງການລົງທຶນ. ພ້ອມນັ້ນ, ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນການຊຸກຍູ້ການພັດທະນາປະເທດ, ໂດຍສະເພາະຂະແໜງການພະລັງງານທົດແທນ, ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ. ລັດຖະບານລາວໄດ້ໃຫ້ຄວາມສຳຄັນຕໍ່ພາກເອກະຊົນ, ສະນັ້ນຈຶ່ງໄດ້ ປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີຄວາມສະດວກ, ຫລຸດຂອດຂັ້ນຕອນການດຳເນີນທຸລະກິດ ແລະ ເພີ່ມຄວາມວ່ອງໄວ.
ປັດຈຸບັນ, ສປປ ລາວ ໄດ້ດຶງດູດການລົງທຶນຈາກຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງໃນບັນດາຂະແໜງການທີ່ມີທ່າແຮງ ເປັນຕົ້ນ ຂະແໜງກະສິກຳສະອາດ, ການພັດທະນາໄຟຟ້າພະລັງນ້ຳ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ເຊິ່ງປະກອບສ່ວນອັນສໍາຄັນເຂົ້າໃນເປົ້າໝາຍ ການພັດທະນາຕາມທິດສີຂຽວ ແລະ ພະລັງງານສະອາດຂອງພາກພື້ນ.
ກອງປະຊຸມໄດ້ເປີດໂຕແຜນດໍາເນີນງານການລົງທຶນພາກພື້ນອາຊຽນ (2025-2030) ເຊິ່ງໄດ້ກຳນົດແຜນຍຸດທະສາດ ເພື່ອເປັນທິດທາງໃຫ້ບັນດາປະເທດສະມາຊິກອາຊຽນ ໃນການດຶງດູດການລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ວາງທິດທາງອາຊຽນເປັນຈຸດ ໝາຍປາຍທາງຂອງການລົງທຶນ ໂດຍສອດຄ່ອງກັບສັນຍາການລົງທຶນຮອບດ້ານອາຊຽນ ແລະ ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025.
ນອກຈາກນັ້ນ, ກອງປະຊຸມໄດ້ເປີດເວທີສົນທະນາໃນຮູບແບບ panel discussion ທັງນີ້ເພື່ອຍົກໃຫ້ເຫັນທ່າອ່ຽງ, ກາລະໂອກາດ, ສິ່ງທ້າທາຍໃນການລົງທຶນຢູ່ບັນດາປະເທດອາຊຽນ, ການຈັດຕັ້ງປະຕິບັດການລົງທຶນແບບມີຄວາມຮັບຜິດຊອບ, ການພັດທະນາພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ, ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຮ່ວມມືລະຫວ່າງປະເທດເພື່ອໃຫ້ອາຊຽນເປັນເປົ້າໝາຍປາຍທາງການລົງທຶນຂອງໂລກ.