ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024

ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024 - 34965 - ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024
ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024 - kitchen vibe - ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024

ວັນທີ 8 ຕຸລາ 2024 ສປປ ລາວ ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍ ເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທູຕານຸທູດ ແລະ ບັນດາຜູ້ນໍາທຸ ລະກິດທັງຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ.

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມສຸດຍອດຂອງພາກທຸລະກິດອາຊຽນ ເຊິ່ງໄດ້ຈັດຂຶ້ນທຸກໆປີຄຽງຄູ່ກັບ ກອງປະຊຸມສຸດຍອດອາຊຽນຂອງພາກລັດຖະບານ, ເປັນເວທີທີ່ສໍາຄັນ ເພື່ອແລກປ່ຽນຄໍາຄິດເຫັນ ໃນການຊອກຫາຊ່ອງທາງເພີ່ມທະວີການຮ່ວມມືດ້ານເສດຖະກິດໃນອາຊຽນ ແລະ ໃນໂລກ ກໍຄື ການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຈາກພາກລັດຖະບານ ແລະ ພາກທຸລະກິດ.

ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024 - Visit Laos Visit SALANA BOUTIQUE HOTEL - ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024
ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024 - Visit Laos Visit SALANA BOUTIQUE HOTEL - ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນການຮ່ວມມືຢ່າງເລິກເຊິ່ງ ລະຫວ່າງພາກລັດ ແລະ ພາກເອກະຊົນ ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນການປະກອບສ່ວນເຂົ້າການພັດທະນາແບບຍືນຍົງ ກໍຄື ການແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນທັງໃນປັດຈຸບັນ ແລະ ອະນາຄົດ. ການຮ່ວມມືລະ ຫວ່າງທັງສອງພາກສ່ວນ ຈະຊ່ວຍດຶງດູດເອົາການຄ້າ ແລະ ການລົງທຶນໃໝ່ເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງ, ການຫັນເປັນດີຈິຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ສາມາດຕ້ານທານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາເສດຖະກິດຖົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງບັນ ດາລັດຖະບານ ປະເທດອາຊຽນ ແລະ ພາກທຸລະກິດ ຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາທີ່ຍືນຍົງ ເຊິ່ງບໍ່ພຽງແຕ່ຈະເປັນການປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຕະຫລາດໃໝ່ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນານະວັດຕະກໍາໃໝ່ໆ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບການດໍາເນີນນະໂຍບາຍການພັດທະນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ໂດຍສະເພາະແມ່ນການລົງທຶນດ້ານພະລັງງານສະອາດ ຢູ່ ສປປ ລາວ ແມ່ນມີທ່າແຮງມະຫາສານ ໂດຍໃນປັດຈຸບັນ 97% ຂອງພະລັງ ງານທີ່ຜະລິດຢູ່ ສປປ ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະ ລັງງານແສງຕາເວັນ ແລະ ພະລັງງານລົມ.

ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນຖານະປະທານສະພາທີ່ປຶກສາທີ່ລະກິດອາຊຽນ ປີ 2024 ໃນການກະກຽມທີ່ດີໃຫ້ແກ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປີ 2024 ນີ້.

ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024 - 3 - ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024
ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024 - 4 - ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024
ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024 - 5 - ເປີດກອງປະຊຸມສຸດຍອດທຸລະກິດ-ການລົງທຶນອາຊຽນ ປະຈໍາປີ 2024