ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25

ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25 - 462624582 1092723849207737 6139586973512796441 n - ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25
ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25 - kitchen vibe - ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25

ວັນທີ 10 ຕຸລາ 2024 ນີ້ ທີ່ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ຢຸນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ ເກົາຫລີ, ມີບັນດາຜູ້ນຳອາຊຽນ, ມີນາຍົກລັດຖະມົນຕີຂອງ ຕີມໍແລັສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໂດຍມີຈຸດປະສົງ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ສ ເກົາຫລີ ຄົບຮອບ 35 ປີ ໃນປີ 2024 ນີ້. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ແລະ ສ ເກົາຫລີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ສ ເກົາຫລີ ຕະຫລອດໄລຍະ 35 ປີຜ່ານມາ ແລະ ເຫັນດີຍົກລະດັບການພົວພັນອາຊຽນ-ສ ເກົາຫລີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໂດຍໄດ້ຮັບຮອງເອົາຖະແຫລງການຮ່ວມຂອງຜູ້ນໍາວ່າດ້ວຍການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ ເກົາຫລີ.

ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ໄດ້ປຶກສາຫາລືເພື່ອຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ເປັນຮູບປະທຳ ລວມທັງຊຸກຍູ້ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດີຈີຕອນ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສຶກສາ, ສາທາລະນະສຸກ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ ກໍຄືການໄປມາຫາສູ່ຂອງປະຊາຊົນ.

ສ ເກົາຫລີ ເປັນຄູ່ເຈລະຈາໜຶ່ງທີ່ສຳຄັນ ແລະ ຫ້າວຫັນຂອງອາຊຽນ; ອາຊຽນ ແລະ ສ ເກົາຫລີ ໄດ້ສ້າງຕັ້ງສາຍພົວພັນ ໃນປີ 1989, ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ໃນປີ 2010 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2024.

ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25 - 462701594 1092723835874405 1250068942853059966 n 1024x698 - ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25

ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25 - 4 - ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25
ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25 - 5 - ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25
ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25 - 3 - ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 25