ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - 462543251 1002624265225213 1986904075982112001 n - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - kitchen vibe - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ

ຕອນບ່າຍຂອງວັນທີ 11 ຕຸລາ 2024 ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດອັນຈົບງາມ, ພ້ອມທັງໄດ້ມອບປະທານອາຊຽນ ໃຫ້ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ບັນດາລັດຖະມົນຕີ ແລະ ເຈົ້າໜ້ທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ຕີມໍແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າຖາວອນປະຈຳອາຊຽນ, ບັນດາຜູ້ແທນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະຫລຸບຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45  ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງມີທັງໝົດ 16 ກອງປະຊຸມສຸດຍອດ ພາຍໃຕ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ໃນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ປະກອບສ່ວນເຂົ້າໃນຂະບວນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍກວ່າເກົ່າ. ນອກຈາກນີ້, ທ່ານຍັງໄດ້ຢໍ້າເຖິງຄວາມສຳຄັນ ຂອງຄວາມພະຍາຍາມລວມຂອງອາຊຽນ ເພື່ອຮັບປະກັນຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມຕໍ່ເນື່ອງ ແລະ ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າໃນການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ໂດຍບັນດາຂະແໜງການທີ່ກ່ຽວຂ້ອງ ຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ ພາຍໃຕ້ການເປັນປະທານຂອງ ສປປ ລາວ ແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງປະຊາຄົມອາຊຽນໃຫ້ເປັນປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ແລະ ແຈ້ງໃຫ້ຊາບຄວາມຄືບໜ້າ ການກະກຽມຄວາມພ້ອມສຳລັບ ການເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັດສະເຕ ແລະ ການເສີມຂະຫຍາຍ ການພົວພັນຮ່ວມມືກັບພາຍນອກ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ

ກອງປະຊຸມສຸດຍອດຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ໄດ້ຮັບຮອງ ແລະ ຮັບຊາບເອກະສານຫລາຍກວ່າ 90 ສະບັບ ຊຶ່ງເອກະສານເຫລົ່ານີ້, ຈະເປັນພື້ນຖານໃຫ້ບັນດາຂະແໜງການ ຂອງອາຊຽນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຫລາຍຂຶ້ນ ແລະ ກ້າວໄປສູ່ປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ກໍຄື ການປະກອບ ສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າໃນພາກພື້ນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້, ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຮ່ວມມື ແລະ ການປະກອບສ່ວນຂອງປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ. ພ້ອມທັງ, ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວລາວບັນດາເຜົ່າທຸກຖ້ວນໜ້າ  ທີ່ໄດ້ປະ ກອບສ່ວນຢ່າງຫ້າວຫັນຕາມພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ອັນໄດ້ເຮັດໃຫ້ ບັນດາກອງປະຊຸມສຸດຍອດໃນຄັ້ງນີ້ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສຳເລັດອັນຈົບງາມ.

ໃນຕອນທ້າຍຂອງພິທີດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກໍໄດ້ມອບຄ້ອນສັນຍາລັກປະທານອາຊຽນ ໃຫ້ແກ່ ທ່ານ ອານວາ ອິບຣາຮີມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ເພື່ອເປັນປະທານອາຊຽນ ໃນປີ 2025. 

ສປປ ລາວ ຈະສືບຕໍ່ເປັນປະທານອາຊຽນ ໄປຈົນຮອດວັນທີ 31 ທັນວາ 2024 ແລະ ມາເລເຊຍ ຈະເລີ່ມເປັນປະທານອາຊຽນແຕ່ວັນທີ 1 ມັງກອນ-31 ທັນວາ 2025.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - 462682176 1002624201891886 2763553398518177959 n 1024x683 - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - 3 - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - 4 - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ - 5 - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ ແລະ ສົ່ງຕໍ່ໜ້າທີ່ປະທານອາຊຽນໃຫ້ ມາເລເຊຍ