ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ

ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ - 222 6 - ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ
ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ - kitchen vibe - ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ

       ອົງການອະນາໄມໂລກ ຮັບຮອງການນໍາໃຊ້ວັກຊີນ ຈີນນີໂອສ ເພື່ອປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ.

       ອົງການອະນາໄມໂລກ (WHO) ອອກຖະແຫລງການເລື່ອງການອະນຸມັດຄຸນສົມບັດເບື້ອງຕົ້ນຂອງວັກຊີນ ຈີນນີໂອສ (JYNNEOS) ທີ່ຜະລິດໂດຍບໍລິສັດບາວາຣຽນ ນໍດິກ ເພື່ອສ້າງພູມຕ້ານທານໃຫ້ຜູ້ມີອາຍຸ 12-17 ປີ ຈາກພະຍາດໝາກສຸກລີງ.

       ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ພາຍຫລັງ WHO ປະກາດໃນວັນທີ 8 ຕຸລາຜ່ານມາ ຮັບຮອງການນໍາໃຊ້ວັກຊີນດັ່ງກ່າວກັບຜູ້ໃຫຍ່.

       ປັດຈຸບັນ, ວັກຊີນຈີນນີໂອສ ຫລື ອິມວາເນກ (Imvanex) ເຊິ່ງມີຄຸນສົມບັດສ້າງພູມຕ້ານທານຕໍ່ພະຍາດໝາກສຸກລີງ ຫລື ເອັມພັອກ ໄດ້ໃນລະດັບໜຶ່ງ ເປັນວັກຊີນພຽງຊະນິດດຽວໃນເວລານີ້ທີ່ WHO ຮັບຮອງໃຫ້ນໍາໃຊ້ ເພື່ອປ້ອງກັນພະຍາດໝາກສຸກລີງທີ່ອາຟຣິກາກໍາລັງຜະເຊີນການແຜ່ລະບາດຮອບໃໝ່ ໂດຍສະເພາະໃນຄອງໂກ ແລະ WHO ປະກາດສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ໃນເດືອນສິງຫາຜ່ານມາ ເປັນຄັ້ງທີ 2 ພາຍໃນໄລຍະເວລາພຽງ 2 ປີ ຕໍ່ຈາກການປະກາດລະຫວ່າງປີ 2022-2023.

ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ - 5 - ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ
ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ - 3 - ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ
ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ - 4 - ອົງການອະນາໄມໂລກອະນຸມັດໃຊ້ວັກຊີນປ້ອງກັນພະຍາດໝາກສຸກລີງກັບຜູ້ມີອາຍຸ 12-17 ປີ