ສະຫາຍ ສີ ຈິ້ນຜິງ ວາງພວງມາລາອານຸສາວະລີນັກຮົບນິລະນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ສປປ ລາວ ລະຫວ່າງວັນທີ 13-14 ພະຈິກ 2017 ນີ້, ໃນເວລາ 10.00 ໂມງ ຂອງວັນທີ 14 ພະຈິກ 2017, ສະຫາຍ ສີ ຈິ້ນຜິງ, ເລຂາທິການ ໃຫຍ່ຄະນະກຳມະການສູນກາງ ພັກກອມມູນິດຈີນ, ປະທານປະ ເທດ ແຫ່ງສາທາລະນະລັດ ປະຊາ ຊົນຈີນ ແລະ ຄະນະ ຜູ້ແທນຂັ້ນສູງ ພັກ, ລັດ ສປ ຈີນ ໄດ້ໄປວາງພວງ ມາລາ ຢູ່ອານຸສາວະລີນັກຮົບນິ ລະນາມທີ່ສະໜາມຫລວງ, ນະ ຄອນຫລວງວຽງຈັນ.
+ ທ່ານ ສີຈິ້ນຜິງ ໄດ້ຮັບເລືອກເປັນເລຂາທິການ ໃຫຍ່ສູນກາງພັກກອມມູນິດຈີນຊຸດທີ 19
ສະຫາຍ ສິນລາວົງ ຄຸດໄພ ທູນ, ກຳມະການກົມ ການເມືອງ ສູນກາງພັກ, ເຈົ້າຄອນນະຄອນ ຫລວງວຽງຈັນ; ສະຫາຍ ສອນ ໄຊ ສີພັນດອນ, ກຳມະການກົມ ການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ; ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການ ສູນກາງພັກ, ຫົວໜ້າ ຄະນະພົວ ພັນຕ່າງປະເທດສູນກາງພັກ; ແລະ ເຈົ້າໜ້າທີ່ຂັ້ນສູງຈຳນວນ ໜຶ່ງຂອງ ສປປ ລາວ ໄດ້ໃຫ້ກຽດ ຕິດຕາມຄະນະຜູ້ເແທນຈີນ ທີ່ນໍາ ໂດຍ ສະຫາຍເລຂາທິການ ໃຫຍ່ ສີ ຈິ້ນຜິງ ໃນການໄປວາງພວງ ມາລາດັ່ງກ່າວ.
ພາຍຫລັງສຳເລັດພິທີດັ່ງ ກ່າວ, ສະຫາຍ ສີ ຈິ້ນຜິງ ແລະ ຄະນະ ກໍໄດ້ສືບຕໍ່ແຜນການ ເຄື່ອນ ໄຫວຢ້ຽມຢາມລາວ ໄດ້ເດີນທາງ ໄປພົບປະກັບ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການ ເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ແລະ ພົບປະກັບ ສະ ຫາຍ ນາງ ປານີ ຢາທໍ່ຕູ້, ກຳມະ ການກົມການເມືອງສູນກາງພັກ, ປະທານສະພາ ແຫ່ງ ຊາດ ສປປ ລາວ ແລະ ຄະນະ ທີ່ຫໍປະຊຸມແຫ່ງ ຊາດ, ເພື່ອປຶກສາຫາລືກ່ຽວກັບ ການຊຸກຍູ້ສົ່ງເສີມສາຍພົວພັນ ແລະ ຮ່ວມມືສອງຝ່າຍໃນ ຍຸກສະ ໄຫມໃຫມ່, ໂດຍສະເພາະແມ່ນ ໃນໄລຍະທີ່ ສປປ ລາວ ພວມຈັດ ຕັ້ງຜັນຂະຫຍາຍມະຕິຄັ້ງທີ 10 ຂອງ ສປປ ລາວ ແລະ ສປ ຈີນ ກໍພວມຈັດຕັ້ງຜັນຂະຫຍາຍມະ ຕິຄັ້ງທີ 19 ໃຫ້ເກີດດອກອອກ ຜົນ ແລະ ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຈີນ.