ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ.

ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ brics ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ. -                                - ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ.
ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ brics ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ. - kitchen vibe - ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ.

ຕອບສະໜອງຕາມການເຊື້ອເຊີນຂອງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຈະໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫຼື BRICS Plus/ Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມມືກັນສ້າງໂລກທີ່ດີກວ່າ” (BRICS and Global South: Joint Building a Better World) ຊຶ່ງຈະຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 (16th BRICS Summit) ໃນໄລຍະວັນທີ 22-24 ຕຸລາ 2024 ທີ່ ເມືອງກາຊານ ສະຫະພັນຣັດເຊຍ.

ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີ ຊຶ່ງເລີ່ມມາແຕ່ປີ 2009, ຄັ້ງຫລ້າສຸດ ແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ເພື່ອປຶກສາຫາລືກ່ຽວກັບບັນຫາສິ່ງທ້າທາຍຂອງໂລກໃນປັດຈຸບັນ ລວມທັງແນວທາງໃນການສົ່ງເສີມການຮ່ວມມື ລະຫວ່າງ ກຸ່ມ BRICS ແລະ ປະເທດກໍາລັງພັດທະນາ.

ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງຈະໄດ້ພົບປະສອງຝ່າຍກັບທ່ານປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ແລະ ບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ກ້າວສູ່ລວງເລິກໃນຕໍ່ໜ້າ.

ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ brics ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ. - 3 - ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ.
ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ brics ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ. - 5 - ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ.
ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ brics ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ. - 4 - ປະທານປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ວັນທີ 22-24 ຕຸລາ 2024 ທີ່ຣັດເຊຍ.