ຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບຄູ່ເຈລະຈາ ທີ່ຟີລິບປິນ

ໂດຍໄດ້ຮັບການມອບໝາຍຈາກພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ນະຄອນຫລວງມະນີລາ, ປະເທດຟິລິບປີນ ມາແຕ່ວັນທີ 12-13 ພະຈິກ 2017, ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດຕ່າງໆກັບຄູ່ເຈລະຈາ ໃນວັນທີ 14 ພະຈິກ 2017, ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມຄື: ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 20, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ການາດາ ຄົບຮອບ 40 ປີ, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອີຢູ ຄົບຮອບ 40 ປີ, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 12, ກອງປະຊຸມສຸດຍອດຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP), ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 15 ແລະ ພິທີມອບຮັບການເປັນປະທານຫມຸນວຽນອາຊຽນ ສໍາລັບປີ 2018.
ຜູ້ເຂົ້າຮ່ວມກອງປະຊຸມສຸດຍອດບວກສາມ ຄັ້ງທີ 20, ປະກອບມີປະມຸກລັດ ແລະ ຫົວຫນ້າລັດຖະບານຈາກ 10 ປະເທດອາຊຽນ ແລະ 3 ປະເທດອາຊີຕາເວັນອອກ: ສປ ຈີນ, ສ. ເກົາຫລີ ແລະ ຍີ່ປຸ່ນ, ໄດ້ກ່າວສະແດງຄວາມຍິນດີຕໍ່ການຮ່ວມມືອາຊຽນບວກສາມໃນໄລຍະ 20 ປີຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະແມ່ນການຄໍ້າປະກັນສະຖຽນລະພາບທາງການເງິນ, ຄວາມໝັ້ນຄົງທາງສະບຽງອາຫານ, ການຄ້າ, ການລົງທຶນ, ການເຊື່ອມຈອດ, ການທ່ອງທ່ຽວ, ການສຶກສາ, ການແລກປ່ຽນດ້ານວັດທະນະທຳ, ການໄປມາຫາສູ່ລະຫວ່າງປະຊາຊົນໃນພາກພື້ນ ແລະອື່ນໆ. ກອງປະຊຸມໄດ້ເຫັນດີໃຫ້ເພີ່ມທະວີການຮ່ວມມືອາຊຽນບວກສາມ ໂດຍຜ່ານການຮັບຮອງເອົາຖະແຫຼງການມະນິລາ ວ່າດ້ວຍອາຊຽນບວກສາມ ຄົບຮອບ 20. ນອກນັ້ນ, ກອງປະຊຸມຍັງໄດ້ຕີລາຄາວ່າທ່າມກາງສະພາບແວດລ້ອມພາກພື້ນ ແລະ ສາກົນທີ່ສັບສົນເຊັ່ນ: ການຕ້ານຍຸກໂລກາພິວັດ ແລະ ການປົກປ້ອງຕະຫຼາດພາຍໃນ ບວກກັບສິ່ງທ້າທາຍຕ່າງໆດ້ານການທະຫານ ແລະ ບໍ່ແມ່ນການທະຫານ, ອາຊຽນບວກສາມ ຄວນເພີ່ມທະວີການຮ່ວມມືເພື່ອຮັບມືກັບບັນຫາສິ່ງທ້າທາຍຂ້າມແດນເຊັ່ນ: ບັນຫາອາຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ພະຍາດລະບາດ, ແລະອື່ນໆ ແນໃສ່ເສີມຂະຫຍາຍບົດບາດໃນການເປັນກຳລັງຂັບເຄື່ອນສຳລັບການເຊື່ອມໂຍງ ແລະ ຂະຫຍາຍຕົວທາງດ້ານເສດຖະກິດຢູ່ອາຊີຕາເວັນອອກ ທັງນີ້ກໍເພື່ອສ້າງພື້ນຖານໃຫ້ແກ່ການກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳຍັງໄດ້ຮັບຮອງເອົາຖະແຫຼງການວ່າດ້ວຍຄວາມໝັ້ນຄົງທາງສະບຽງອາຫານ ແນໃສ່ເສີມຂະຫຍາຍການຮ່ວມມືໃນຂົງເຂດທີ່ເປັນໜຶ່ງໃນບູລິມະສິດຫຼັກຂອງອາຊຽນບວກສາມນີ້ ໃຫ້ນັບມື້ເຂັ້ມແຂງຍິ່ງຂຶ້ນ.
ກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ການາດາ ຄົບຮອບ 40 ປີ, ເຊິ່ງເປັນກອງປະຊຸມລະດັບຜູ້ນຳຄັ້ງທຳອິດ ນັບແຕ່ສອງຝ່າຍໄດ້ສ້າງຕັ້ງການພົວພັນໃນຖານະຄູ່ເຈລະຈາ, ໄດ້ສະແດງຄວາມໝາຍໝັ້ນທີ່ຈະຮັດແໜ້ນການຮ່ວມມືອາຊຽນ-ການາດາ ໃຫ້ໜັກແໜ້ນກວ່າເກົ່າ. ສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ການສ້າງຕັ້ງສຳນັກງານການທູດ ແລະ ແຕ່ງຕັ້ງທູດປະຈຳອາຊຽນຂອງການາດາທີ່ຈາກາກຕາ ໃນປີ 2016 ແລະ ການສ້າງຕັ້ງສຳນັກງານການທູດຂອງການາດາຢູ່ຄົບທຸກປະເທດສະມາຊິກອາຊຽນໃນປັດຈຸບັນ. ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການວ່າດ້ວຍການສະເຫຼີມສະຫຼອງການພົວພັນອາຊຽນ-ການາດາ ຄົບຮອບ 40 ປີ, ເຊິ່ງໄດ້ຢືນຢັນຄວາມໝາຍໝັ້ນໃນການສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ, ການເຊື່ອມໂຍງ, ການສົ່ງເສີມຂີດຄວາມສາມາດຂອງແມ່ຍິງ, ການປ່ຽນແປງດິນຟ້າອາກາດ, ການສຶກສາ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງພາກພື້ນ ແລະ ອື່ນໆ. ພ້ອມນັ້ນ, ບັນດາຜູ້ນຳອາຊຽນ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ ການາດາ ທີ່ໄດ້ປະກາດຈະໃຫ້ທຶນການສຶກສາ ມູນຄ່າ 10 ລ້ານໂດລາໃຫ້ບັນດາປະເທດອາຊຽນ ພາຍໃນ 5 ປີຕໍ່ໜ້າໆ.
ກອງປະຊຸມສຸດຍອດອາຊຽນສະເຫຼີມສະຫຼອງການຮ່ວມມືອາຊຽນ-ສະຫະພາບ ເອີຣົບ (ອີຢູ) ຄົບຮອບ 40 ປີ, ເຊິ່ງເປັນການພົບປະເປັນຄັ້ງທຳອິດໃນລະດັບຜູ້ນຳ ລະຫວ່າງອາຊຽນ ແລະ ອີຢູ, ໄດ້ຕີລາຄາສູງຕໍ່ການພົວພັນອາຊຽນ-ອີຢູ ໃນໄລຍະ 40 ປີຜ່ານມາ, ເຊິ່ງເຫັນວ່າມີຄວາມຄືບໜ້າທີ່ສຳຄັນໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ການໄປມາຫາສູ່ກັນ, ການຄ້າ-ການລົງທຶນ, ເຊິ່ງເປັນຄູ່ຄ້າໃຫຍ່ອັນດັບສາມຂອງອາຊຽນ ແລະ ເປັນຜູ້ລົງທຶນໃຫຍ່ອັນດັບໜຶ່ງຢູ່ໃນອາຊຽນ. ໃນໂອກາດນີ້, ຜູ້ນໍາທັງສອງຝ່າຍ ໄດ້ເຫັນດີຮັບຮອງເອົາຖະແຫຼງການສະເຫຼີມສະຫຼອງການພົວພັນອາຊຽນ-ອີຢູ ຄົບຮອບ 40 ປີ.
ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 12 ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງ EAS (ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ, ແລະ ການເຊື່ອມຈອດອາຊຽນ) ໃນໄລຍະຜ່ານມາ. ບັນດາຜູ້ນຳ EAS ຍັງໄດ້ຢ້ຳຄືນຄວາມສຳຄັນຂອງ EAS ໃນການເປັນເວທີປຶກສາຫາລືຂອງຜູ້ນຳ ກ່ຽວກັບບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມສຳຄັນ ແນ່ໃສ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ການຮ່ວມມືກັນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຢູ່ໃນພາກພື້ນ ກໍ່ຄືໃນໂລກ, ໂດຍໄດ້ຮັບຮອງເອກະສານສຳຄັນຈຳນວນໜຶ່ງຄື: 1). ຖະແຫຼງການຜູ້ນຳ EAS ວ່າດ້ວຍການຕ້ານການຟອກເງິນ ແລະ ສະກັດກັ້ນການສະໜອງເງິນໃຫ້ແກ່ການກໍ່ການຮ້າຍ, 2). ຖະແຫຼງການຜູ້ນຳ EAS ວ່າດ້ວຍການຮ່ວມມືໃນການຫຼຸດຜ່ອນຄວາມທຸກຍາກ, 3). ຖະແຫຼງການຜູ້ນຳ EAS ວ່າດ້ວຍອາວຸດເຄມີ, ແລະ 4). ຖະແຫຼງການຜູ້ນຳ EAS ວ່າດ້ວຍອາວຸດເຄມີ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການແຜ່ລາມຂອງແນວຄິດກໍ່ການຮ້າຍ. ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ເປັນຕົ້ນແມ່ນບັນຫາການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງຢູ່ຕາເວັນອອກກາງ, ບັນຫາອາຊະຍາກຳຂ້າມຊາດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ ແລະ ບັນຫາອື່ນໆທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.
ໃນກອງປະຊຸມສຸດຍອດຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP), ບັນດາຜູ້ນຳໄດ້ສະແດງຄວາມຍິນດີຕໍ່ຄວາມຄືບຫນ້າຂອງການເຈລະຈາສັນຍາ RCEP ແລະ ໄດ້ຊຸກຍູ້ໃຫ້ສຳເລັດການເຈລະຈາ ສັນຍາດັ່ງກ່າວໂດຍໄວ. ຈຸດປະສົງສຳຄັນຂອງສັນຍາ RCEP ແມ່ນແນໃສ່ການສ້າງໂອກາດທີ່ສຳຄັນທາງດ້ານເສດຖະກິດ ໃຫ້ແກ່ປະເທດສະມາຊິກ ໂດຍສະເພາະແມ່ນທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ.
ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 15 ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການຮ່ວມມື ອາຊຽນ-ອິນເດຍໃນໄລຍະ 25 ປີຜ່ານມາ, ເຊິ່ງເຫັນວ່າມີຄວາມຄືບໜ້າທີ່ສຳຄັນ ແລະ ໄດ້ຕີຄາສູງຕໍ່ການຕົກລົງເຫັນດີຂອງທັງສອງຝ່າຍ ທີ່ຈະຈັດກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ ໃນວັນທີ 25-26 ມັງກອນ 2018 ທີ່ ນິວເດັນລີ, ປະເທດອິນເດຍ, ເຊິ່ງຈະເປັນໂອກາດສຳຄັນ ເພື່ອກຳນົດວິໄສທັດຮ່ວມກັນ ແນໃສ່ຮັດແໜ້ນການຮ່ວມມືອາຊຽນ-ອິນເດຍ ໃນອະນາຄົດ. ກອງປະຊຸມຍັງເຫັນວ່າ, ໃນຖານະທີ່ອາຊຽນ ແລະ ອິນເດຍ ເປັນເພື່ອນບ້ານ ແລະ ມີພື້ນຖານການພົວພັນທີ່ດີທາງວັດທະນະທຳ, ສອງຝ່າຍ ຄວນເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດ, ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ການແລກປ່ຽນຂໍ້ມູນຂ່າວສານ, ການທ່ອງທ່ຽວ, ການແລກປ່ຽນວັດທະນະທຳ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນ ໃຫ້ນັບມື້ນັບຫຼາຍຂຶ້ນ.
ໃນຕອນຄໍ່າຂອງວັນດຽວກັນ, ທ່ານລັດຖະມົນຕີ ອາລຸນແກ້ວ ກິດຕິຄຸນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີມອບຮັບການເປັນປະທານຫມຸນວຽນອາຊຽນຢ່າງເປັນທາງການ ໂດຍແມ່ນທ່ານ ໂຣດິກໂກ ດູເຕີເຕ, ປະທານາທິບໍດີແຫ່ງ ຟິລິບປີນ ໄດ້ກ່າວມອບການເປັນປະທານອາຊຽນ ສຳລັບປີ 2018 ຢ່າງເປັນທາງການ ໃຫ້ແກ່ທ່ານ ລີ ເຊີນ ຫລົງ, ນາຍົກລັດຖະມົນຕີແຫ່ງ ສິງກະໂປ.