ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ

ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ -                           - ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ
ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ - kitchen vibe - ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ

ວັນທີ 19 ຕຸລາ 2024ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບທ່ານ ອາມັດ ອັບດຸນວາຮິດ ກາຣາຕະ (Ahmed Abdulwahid Qarata) ຮອງປະທານສະພາຜູ້ແທນຣາຊະດອນແຫ່ງຣາຊະອານາຈັກບາເຣນ ພ້ອມຄະນະ ທີ່ຫໍປະຊຸມແຫ່ງຊາດ.

     ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈທີ່ໄດ້ມີໂອກາດພົບປະເຮັດວຽກກັບທ່ານ ອາມັດ ອັບດຸນວາຮິດ ກາຣາຕະ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ຢູ່ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຊຶ່ງເປັນການໃຫ້ກໍາລັງໃຈ ແລະ ສະໜັບສະໜູນການປະຕິບັດພັນທະສາກົນຂອງສະພາແຫ່ງຊາດລາວ ໃນການເປັນປະທານໄອປາ (AIPA) ກໍຄືເປັນເຈົ້າພາບກອງປະຊຸມໄອປາຄັ້ງນີ້ໃຫ້ສໍາເລັດຜົນຢ່າງຈົບງາມ ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດລາວ-ບາເຣນ ກໍຄືລະຫວ່າງສອງອົງການນິຕິບັນຍັດໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນຮູບປະທໍາຍິ່ງໆ ຂຶ້ນ.

     ທ່ານ ອາມັດ ອັບດຸນວາຮິດ ກາຣາຕະ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານພົນໂທ ສຸວອນ ເລືອງບຸນມີ ໃນຄັ້ງນີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ-ບາເຣນ ກໍຄືລະຫວ່າງສອງອົງການນິຕິບັນຍັດ. ພ້ອມທັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງປະເທດ ແລະ ສະພາຜູ້ແທນຣາຊະດອນແຫ່ງຣາຊະອານາຈັກບາເຣນໃຫ້ຮັບຊາບ.       ໂອກາດນີ້, ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຣາຊະອານາຈັກບາເຣນ ຊຶ່ງເປັນປະເທດທີ່ມີທ່າແຮງຈາກນໍ້າມັນ ແລະ ແກັດທໍາມະຊາດ, ພ້ອມນີ້, ລັດຖະບານຍັງສົ່ງເສີມການພັດທະນາເສດຖະກິດທີ່ມີຄວາມຫຼາກຫຼາຍ ເພື່ອຫຼຸດຜ່ອນການເພິ່ງພານໍ້າມັນ, ນອກຈາກນີ້ ບາເຣນ ຍັງເປັນປະເທດທີ່ສວຍງາມເໝາະສົມສໍາລັບການທ່ອງທ່ຽວອີກແຫ່ງໜຶ່ງໃນຕາເວັນອອກກາງ; ສອງປະເທດ ລາວ-ບາເຣນ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ທັນວາ 2002 ເປັນຕົ້ນມາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຖິງແມ່ນວ່າການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງຍັງບໍ່ຫຼາຍ ລວມໄປເຖິງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ, ຫວັງວ່າໃນອະນາຄົດຈະມີການພົວພັນຮ່ວມມືນໍາກັນຫຼາຍຂຶ້ນ. ພ້ອມນີ້ ທ່ານ ຮອງປະທານສະພາແຫ່ງຊາດ ຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວໃນ 6 ເດືອນຕົ້ນປີ 2024 ໃຫ້ທ່ານ ອາມັດ ອັບດຸນວາຮິດ ກາຣາຕະ ຮັບຊາບຕື່ມອີກ.

ທີ່ມາ: ປະຊາຊົນ

ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ - 4 - ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ
ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ - 5 - ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ
ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ - 3 - ລາວ-ບາເຣນ ເສີມຂະຫຍາຍການຮ່ວມມືດ້ານນິຕິບັນຍັດ