ເພື່ອນກິນຫາງ່າຍ ເພື່ອຕາຍຫາຍາກ


ໂດຍ: ທິດກໍ່າ
ໃນຍຸກປັດຈຸບັນ ຖ້າເວົ້າເຖິງປະເທດລາວກັບປະເທດຈີນແລ້ວ ເຂົາກໍວ່າພວກເຮົາເປັນກອມມູນິດ, ແຕ່ໃນຄວາມເປັນຈິງ ຖ້າໃຜໄດ້ສຶກສາຄົ້ນຄວ້າເຖິງລະບອບການປົກຄອງໃນລະບອບກອມມູນິດແລ້ວ ກໍອາດຈະເຂົ້າໃຈ ແລະ ຮູ້ໄດ້ວ່າສີສັນ ແລະ ຄວາມເປັນແກ່ນແທ້ຂອງລະບອບສັງຄົມນິຍົມ ຫລື ກອມມູນິດນັ້ນມັນເປັນກົດເກນວາຕະຈັກແຫ່ງການຂະຫຍາຍຕົວ ແລະ ຄົງຕົວຂອງສັງຄົມມະນຸດໃນຍຸກໂລກາພິວັດ. ແນວໃດກໍຕາມ ເຖິງວ່າສອງປະເທດລາວ ແລະ ຈີນຈະມີການປົກຄອງໃນລະບອບສັງຄົມນິຍົມ ຫລື ກອມມູນິດ ແຕ່ສີສັນແຫ່ງການຂະຫຍາຍຕົວ ແລະ ຄົງຕົວໃນພາລະກິດການສ້າງສາພັດທະນາປະເທດຊາດຂອງຕົນກໍນັບມື້ແຕກດອກອອກຜົນງອກງາມ ແລະ ພວມກ້າວຂຶ້ນບົນເສັ້ນທາງອັນສະຫງ່າງາມແຫ່ງຍຸກສະໄໝ.
ກ່າວເຖິງປະຫວັດສາດໃນໄລຍະຜ່ານມາລະຫວ່າງສອງປະເທດລາວກັບຈີນແມ່ນເຄີຍມີມູນເຊື້ອການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນມາຕະຫລອດ ໂດຍສະເພາະນັບແຕ່ຍາມປະເທດຊາດຕົກທຸກໄດ້ຍາກ, ປະເທດຊາດບ້ານເມືອງຖືກບຸກລຸກຮຸກຮານຈາກພວກຈັກກະພັດລ່າເມືອງຂຶ້ນ. ເລີ່ມແຕ່ມີການຕໍ່ສູ້ປະຕິວັດກັບລັດທິລ່າເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ ລາວກັບຈີນກໍໄດ້ຄຽງບ່າຄຽງໄຫລ່ຊ່ວຍເຫລືອເຊິ່ງກັນ ແລະ ພ້ອມກັນຕີຕ້ານສັດຕູຈົນໄດ້ຮັບໄຊຊະນະມາຮອດທຸກວັນນີ້. ໃນພາລະກຳປະຫວັດສາດທີ່ລືມບໍ່ໄດ້ ກໍຄືໄລຍະເຮັດການປະຕິວັດຊາດປະຊາທິປະໄຕ ແລະ ໃນຄາວປະເທດລາວຕົກຢູ່ໃນການຮຸກຮານຂອງຕ່າງຊາດ, ພັກ-ລັດຖະບານ ແລະ ປະຊາຊົນຈີນກໍໄດ້ໃຫ້ການຊ່ວຍເຫລືອ ແລະ ປະກອບສ່ວນຢ່າງໃຫຍ່ຫລວງຕໍ່ການປະຕິວັດລາວຈົນເຮັດໃຫ້ພາລະກິດປົດປ່ອຍຊາດໄດ້ຮັບຜົນສຳເລັດຢ່າງສົມບູນ. ນີ້ຄືສິ່ງຢັ້ງຢືນເຖິງຄວາມຈິງໃຈ, ຄວາມສາມັກຄີຊ່ວຍເຫລືອຂອງເພື່ອນແທ້ ພາຍໃຕ້ອຸດົມການອັນດຽວກັນຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນສອງຊາດ ລາວ-ຈີນ.
ຕົກມາຮອດຍຸກປັດຈຸບັນ, ເຫັນວ່າຄວາມສຳພັນຮ່ວມມືລະຫວ່າງສອງປະເທດກໍຍິ່ງນັບມື້ໜັກແໜ້ນໝັ້ນຄົງ ແລະ ກາຍເປັນເພື່ອນຮ່ວມມືຍຸດທະສາດຮອບດ້ານ. ຕະຫລອດໄລຍະປະຫວັດສາດແຫ່ງການຕໍ່ສູ້ປະຕິວັດປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກ-ລັດຖະບານ ແລະ ປະຊາຊົນຈີນກໍໄດ້ຊ່ວຍເຫລືອພັກ-ລັດຖະບານ ແລະ ປະຊາຊົນລາວຢ່າງບໍລິສຸດຈິງໃຈ ສົມກັບວ່າເປັນເພື່ອນມິດ ແລະ ເພື່ອນອຸດົມການຢ່າງແທ້ຈິງ. ດັ່ງໂຄງການໃຫຍ່ໆທີ່ຈີນຊ່ວຍເຫລືອແກ່ລາວກໍໄດ້ແກ່ໂຄງການດາວທຽມ ລາວ-ຈີນ ທີ່ໄດ້ສຳເລັດໄປແລ້ວໃນປີ 2015. ໂຄງການທີ່ເປັນສິ້ນໃຫຍ່ໆທີ່ພວມລົງມືກໍ່ສ້າງໃນປັດຈຸບັນກໍແມ່ນໂຄງການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ. ນອກນັ້ນ ກໍມີໂຄງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ ແລະ ໂຄງການອື່ນໆກໍພວມເລັ່ງລັດແຕກໜໍ່ຈໍ່ແນວ ແລະ ຂະຫຍາຍຕົວໄປຢ່າງກວ້າງຂວາງ. ປັດຈຸບັນຈີນໄດ້ຢືນຢູ່ໃນອັນດັບໜຶ່ງໃນການລົງທຶນຢູ່ປະເທດລາວ.
ພິເສດ, ໃນໂອກາດການມາຢ້ຽມຢາມຂອງສະຫາຍປະທານພັກ, ປະທານປະເທດຈີນ ສີ ຈິ້ນຜິງ ໃນຄັ້ງວັນທີ 13-14 ພະຈິກຜ່ານມານີ້, ທັງສອງສະຫາຍປະທານພັກ, ປະທານປະເທດ ລາວ ແລະ ຈີນ ກໍໄດ້ພ້ອມກັນເປັນສັກຂີພິຍານໃນການລົງນາມບັນດາເອກະສານການຮ່ວມມືຊ່ວຍເຫລືອແກ່ລາວເຖິງ 17 ສະບັບ ມີມູນຄ່າຫລາຍໝື່ນ, ຫລາຍແສນພັນຕື້ ເຊິ່ງໃນຈຳນວນ 17 ສະບັບນີ້ເວົ້າໄດ້ວ່າມັນກວມລວມໄປເກືອບທຸກຂົງເຂດວຽກງານໃນການປະກອບສ່ວນຊ່ວຍເຫລືອຂອງສະຫາຍຈີນແກ່ປະເທດລາວ ເພື່ອໃຫ້ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ. ນີ້ລະຄືສິ່ງທີ່ພິສູດໃຫ້ເຫັນເຖິງຄຳວ່າເພື່ອນແທ້. ດັ່ງສຸພາສິດບູຮານເວົ້າວ່າ: “ເພື່ອນກິນມັນງ່າຍ ແຕ່ເພື່ອນຕາຍມັນຫາຍາກ” ການກະທຳຂອງສະຫາຍຈີນຄັ້ງນີ້ມັນສົມກັບວ່າເປັນປະເທດບ້ານໃກ້ເຮືອນຄຽງທີ່ດີອີ່ຫລີ, ເປັນປະເທດສັງຄົມນິຍົມທີ່ມີພັກກອມມູນິດນຳພາ, ມີອຸດົມການ, ລະບອບການເມືອງ ແລະ ເສັ້ນທາງແຫ່ງການພັດທະນາທີ່ຄ້າຍຄືກັນ, ຍຶດໝັ້ນການຮ່ວມມືຍຸດທະສາດຮອບດ້ານທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ຂໍໃຫ້ຄວາມຮັກຄວາມສາມັກຄີລະຫວ່າງສອງຊາດ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຈີນ ຈົ່ງໝັ້ນໜຽວເໝືອນດັ່ງປ່ຽງເຜິ້ງ, ແໜ້ນແກ່ນເໝືອນດັ່ງແຜ່ນສີລາ ແລະ ຫອມຫວນເໝືອນດັ່ງດອກຈຳປາສະເໝີດ້າມດັ່ງດຽວ.