ປະທານແນວລາວຊີ້ນຳການພັດທະນາຢູ່ເມືອງສັງທອງ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມອໍານາດການ ປົກຄອງ ແລະ ປະຊາຊົນເມືອງ ສັງທອງນະຄອນຫລວງວຽງຈັນ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວ ລາວສ້າງຊາດເມື່ອບໍ່ດົນມານີ້, ເຊິ່ງທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານການພັດທະນາທີ່ອົງການ ປົກຄອງ ແລະ ປະຊາຊົນເມືອງ ສັງທອງຍາດມາໃນຜ່ານມາ, ໂດຍສະເພາະດ້ານ ພື້ນຖານໂຄງລ່າງນັ້ບມື້ສະດວກດີ, ຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ໄປ ຄຽງຄູ່ກັບການເສີມຂະຫຍາຍ ມູນເຊື້ອຮັກຊາດ, ມີຄວາມດຸ ໝັ່ນ, ບຸກບືນ ຂອງປະຊາຊົນ, ອັນ ເປັນພື້ນຖານສໍາຄັນໃຫ້ແກ່ ການພັດທະນາສ້າງສາບ້ານ ເມືອງມີໃບໜ້າໃໝ່ ແລະ ແນະ ນໍາໃຫ້ ຄະນະນໍາ ເມືອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ວຽກງານສາມັກ ຄີທຸກຊົນເຜົ່າ, ຊັ້ນຄົນ, ສາສະ ໜາ, ເພດໄວ ໃຫ້ ໜັກແໜ້ນເຂັ້ມ ແຂງ, ຄຽງຄູ່ກັບການຮັບປະ ກັນສະຖຽນລະພາບ ດ້ານການ ເມືອງ, ຄວາມສະຫງົບສຸກຂອງ ສັງຄົມ ແລະ ເອົາໃຈໃສ່ ແກ້ໄຂ ປາກົດການຫຍໍ້ທໍ້ ຕ່າງໆໃນສັງ ຄົມໃຫ້ຂາດຕົວ.
+ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ພົບປະກັບ ສະຫາຍປະທານສະພາແຫ່ງຊາດ ປານີ ຢ່າທໍ່ຕູ້
+ ເມືອງສັງທອງສ້າງຂະບວນການຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ຄົບຮອບ 72 ປີ
ພ້ອມເພີ່ມທະ ວີຊຸກຍູ້ສົ່ງເສີມປະຊາຊົນສຸມ ໃສ່ການຜະລິດຕາມທ່າແຮງ ບົ່ມຊ້ອນ, ຜະລິດເປັນສິນຄ້າໃຫ້ ຫລາຍເພື່ອແນ ໃສ່ແກ້ໄຂຄວາມ ທຸກຍາກຂອງຕົນຫລຸດລົງເທື່ອ ລະກ້າວຕາມແນວທາງນະໂຍ ບາຍຂອງພັກ-ລັດກໍານົດໄວ້, ພ້ອມນີ້, ກໍໃຫ້ເອົາໃຈໃສ່ ສົ່ງເສີມ ການສຶກສາຢູ່ຂັ້ນ ບ້ານໃຫ້ມີຄຸນ ນະພາບ, ເຕົ້າໂຮມ ຄວາມສາມັກ ຄີຂອງປະຊາຊົນ, ເສີມຂະຫຍາຍ ສິດເປັນເຈົ້າໃນການປະຕິບັດ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດ ໝາຍຂອງ ລັດ, ເອົາໃຈໃສ່ຫັນ ລົງຮາກຖານ ທ້ອງຖິ່ນຕິດພັນກັບວຽກງານ ສາມສ້າງຕາມ 4 ເນື້ອໃນ 4 ຄາດໝາຍ, ໄປຄຽງຄູ່ກັບການ ເອົາໃຈໃສ່ປະຕິບັດຄຳຂວັນ 6 ສ ຂອງນະຄອນຫລວງວາງ ອອກ ໃຫ້ປາກົດຜົນເປັນຈິງ.