ຄາລາວານທ່ອງທ່ຽວ ແລະ ການກຸສົນເມືອງທ່າປາງທອງດຳເນີນໄປດ້ວຍບັນຍາກາດອົບອຸ່ນ
ຄາລາວານລົດເພື່ອການ ທ່ອງທ່ຽວ ແລະ ການກຸສົນຂອງ ແຂວງ ສະຫວັນນະເຂດໄດ້ຈັດ ຂຶ້ນໃນ ວັນທີ 11-12 ພະຈິກນີ້, ເພື່ອມຸ່ງໝາຍໄປ ເມືອງທ່າປາງ ທອງ ເຊິ່ງເປັນ ເມືອງພູດອຍ ແລະ ເປັນບ້ານເກີດຂອງປະທານປະ ເທດ ສປປ ລາວ ປັດຈຸບັນ ໂດຍ ການເຂົ້າຮ່ວມນຳໜ້າພາທາງ ຂອງທ່ານ ຄຳພູນ ຕຸໄພທູນ ຮອງ ເຈົ້າແຂວງສະຫວັນນະເຂດ, ມີ ບັນດາພະແນກການຕ່າງໆ ແລະ ພາກສ່ວນທຸລະກິດເຂົ້າຮ່ວມ ຫລາຍກວ່າ 200 ຄົນ, ພ້ອມ ດ້ວຍລົດ ຈຳນວນ 60 ຄັນ, ກໍ ໄດ້ກັນ ເຄື່ອນລົດອອກຕາມຖະ ໜົນ ໄກສອນ ພົມວິຫານ, ຜ່ານ ເມືອງຕ່າງໆເຊັ່ນ: ເມືອງ ຈຳ ພອນ, ໄຊພູທອງ, ສອງຄອນ ແລະກ້າວສູ່ເມືອງທ່າປາງທອງ, ໄດ້ຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເຈົ້າເມືອງພ້ອມ ດ້ວຍການ ນຳ ແລະ ປະຊາຊົນ ເມືອງດັ່ງ ກ່າວແລ້ວຂະບວນຄາລາວານ ກໍໄດ້ອອກເດີນທາງມາມອບ ເຄື່ອງຊ່ວຍເຫລືອໃຫ້ໂຮງ ຮຽນບ້ານຫ້ວຍມື່ນ ຈາກນັ້ນ ຕອນຄ່ຳກໍໄດ້ຮ່ວມກັນສ້າງ ກິດຈະກຳຕ່າງໆ ດ້ວຍຄວາມ ມ່ວນຊື່ນ.
+ ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ
+ ລາວຕ້ອນຮັບຂະບວນລົດ “ຄາລາວານສື່ສານວັດທະນາທໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ”
ກິດຈະກຳທ່ອງທ່ຽວຄາ ລາວານ ເພື່ອການກຸສົນຄັ້ງນີ້ ໄດ້ ຮັບຄວາມຮ່ວມມືຈາກທັງພາກ ລັດ ແລະ ທຸລະກິດ, ຫ້າງຮ້ານ ຕ່າງໆ ເຊິ່ງປະກອບມີຜ້າຫົ່ມ, ເສື້ອກັນໜາວອຸປະກອນການ ຮຽນ ແລະ ອື່ນໆ ລວມມູນຄ່າ 115 ລ້ານກີບ.