ແຂວງສາລະວັນ ອະນຸມັດເອກະຊົນສຶກສາຄວາມເປັນໄປໄດ້ໂຄງການພັດທະນາພະລັງງານລົມ 5 ເມກາວັດ ຢູ່ເມືອງຕະໂອ້ຍ

ໜັງສືພິມສາລະວັນ ລາຍງານວ່າ: ວັນທີ 25 ຕຸລາ 2024 ຜ່ານມານີ້ ແຂວງສາລະວັນ ເຊັນສັນຍາ ກັບ ບໍລິສັດເອກະຊົນ ອະນຸມັດໂຄງການ ສຶກສາສຳຫຼວດຄວາມເປັນໄປໄດ້ ໂຄງການພັດທະນາພະລັງງານດ້ວຍລົມ ຢູ່ເຂດເມືອງຕະໂອ້ຍ ທີ່ມີກໍາລັງຕິດຕັ້ງ 5 ເມກາວັດ ຕາງໜ້າໂດຍ ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ໂພທີຍາ ວົງຈອມສີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຝ່າຍບໍລິສັດ ລົງນາມໂດຍທ່ານ ເຊີ່ນ ເຕີຊ້າຍ ປະທານບໍລິສັດ ຜູ້ໄດ້ຮັບອະນຸມັດໂຄງການ MIND BRIDGE CONSULTING & DEVELOPING PTE LTD ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .
ໃນສັນຍາດັ່ງກ່າວ ແຂວງເຫັນດີ ອະນຸຍາດໃຫ້ບໍລິສັດ ດຳເນີນການສຶກສາ-ສຳຫຼວດເນື້ອທີ່ຕາມຂອບເຂດໂຄງການ, ສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ (FS), ສໍາຫຼວດວິເຄາະ, ວິໄຈຂໍ້ມູນແລະຕີລາຄາຄວາມອາດສາມາດກ່ຽວກັບເນື້ອທີ່ຂອງໂຄງການແລະປະສິດທິຜົນການລົງທຶນໃນໂຄງການພັດທະນາພະລັງງານລົມເພື່ອສ້າງບົດວິພາກເສດຖະກິດ-ເຕັກນິກ, ສຶກສາການປະເມີນຜົນກະທົບດ້ານສິ່ງແວດລ້ອມ (IEE), ປະເມີນຜົນກະທົບເບື້ອງຕົ້ນຕໍ່ສັງຄົມ.