ການຂ້າຕົວຕາຍ ຄືຄວາມຂີ້ຮ້າຍຂອງສັງຄົມ

ໂດຍ : ມຶກບໍ່ແຫ້ງ
ການຂ້າຕົວຕາຍຂອງຄົນ ຖືວ່າເປັນການບໍ່ເຄົາລົບແມ່ນແຕ່ຕົນເອງ, ເປັນການສູນເສຍຄຸນຄ່າຂອງຄວາມເປັນຄົນຢ່າງໜ້າເວດທະນາທີ່ສຸດ.
ຕາມການລາຍງານຂອງອົງການ ອະນາໄມໂລກ (WHO) ປີ 2014 ໃນທຸກໆປີ ມີປະຊາກອນທົ່ວໂລກຫຼາຍກວ່າ 800,000 ຄົນຂ້າຕົວເອງຕາຍ ເມື່ອຄິດໄລ່ແລ້ວປະມານ 1 ຄົນ ໃນທຸກໆ 40 ວິນາທີ ເຊິ່ງ ເປັນເທື່ອທໍາອິດໃນປະຫວັດສາດ ທີ່ໃຊ້ເວລາໃນການຄົ້ນຄວ້າເປັນ 10 ປີ ໃນຂອບເຂດທົ່ວໂລກ ແລະໄດ້ພົບວ່າການຂ້າຕົວຕາຍນີ້ ແມ່ນເກີດຂຶ້ນເກືອບທຸກໄວອາຍຸ ແຕ່ໂດຍລວມແລ້ວ ການຂ້າຕົວຕາຍຫຼາຍທີ່ສຸດແມ່ນຜູ່ທີ່ອາຍຸລະຫວ່າງ 70 ປີ ຫຼືຫຼາຍກວ່ານັ້ນ. ແນວໃດກໍຕາມ, ມີຫຼາຍປະເທດທີ່ພົບວ່າອັດຕາການຂ້າຕົວຕາຍທີ່ສູງສຸດ ແມ່ນກຸ່ມໄວໜຸ່ມ ແລະທີ່ໜ້າຕົກໃຈຫຼາຍກໍແມ່ນ ການຂ້າຕົວຕາຍເປັນສາເຫດອັນດັບທີ 2 ແມ່ນໄວໜຸ່ມອາຍຸລະຫວ່າງ 15-19 ປີ ເສຍຊີວິດ, ໃນນັ້ນຜູ້ຊາຍມີອັດຕາການຂ້າຕົວຕາຍຫຼາຍກວ່າແມ່ຍິງ (3 ເທົ່າໃນບັນດາປະເທດທີ່ພັດທະນາແລ້ວ).
ພວກເຮົາກໍຄົງຮັບຮູ້ຂ່າວການຂ້າຕົວຕາຍຂອງຄົນລາວຜ່ານທາງສື່ສັງຄົມຂ້ອນຂ້າງຖີ່ສົມຄວນ, ເຖິງແມ່ນວ່າບໍ່ມີສະຖິຕິອັນ ໜ້າເຊື່ອ ຖືຄັກແນ່ ແຕ່ເຊື່ອວ່າອັດຕາການຂ້າຕົວຕາຍຂອງຄົນລາວກໍມີອັດຕາສູງເມື່ອສົມທຽບກັບຈຳນວນປະຊາກອນ ແລະກໍມີທ່າອ່ຽງ ເພີ່ມຂຶ້ນ ເຊິ່ງອັນນີ້ມັນໄດ້ກາຍເປັນປະກົດການທີ່ຍໍ້ທໍ້ ແລະຕ້ອງການຄວາມເອົາໃຈໃສ່ໃນການປ້ອງກັນຢ່າງຈິງຈັງ.
ວິທີການສ່ວນໃຫຍ່ຂອງການຂ້າຕົວຕາຍຫຼາຍທີ່ສຸດແມ່ນການຮັບປະທານຢາເບື່ອ, ແຂວນຄໍ ແລະຂ້າຕົວເອງດ້ວຍປືນ. ຫຼັກຖານທີ່ມາຈາກປະເທດອົດສຕຣາລີ, ການາດາ, ຍີ່ປຸ່ນ, ນູແວນເຊລັງ, ອາເມລິກາ ແລະບັນດາປະເທດເອີຣົບ ພົບວ່າ ການຈຳກັດການເຂົ້າເຖິງວິທີການຂ້າຕົວຕາຍຂ້າງເທິງນັ້ນ ແມ່ນເປັນການປ້ອງກັນການຂ້າຕົວຕາຍຂອງຄົນໄດ້ດີທີ່ສຸດ.
ໃນປັດຈຸບັນທົ່ວໂລກມີ 28 ປະເທດທີ່ມີ “ຍຸດທະສາດການປ້ອງກັນ ການຂ້າຕົວຕາຍແຫ່ງຊາດ”. ພ້ອມດຽວກັນນັ້ນ, ເມື່ອພົບຜູ້ຄົນທີ່ສ່ຽງໃນການຂ້າຕົວຕາຍແລ້ວ ບຸກຄົນນັ້ນກໍຄວນໄດ້ຮັບການຮັກສາສຸຂະພາບທາງຈິດ, ໄດ້ຮັບການສື່ສານ ພົວພັນກັບຄົນໃກ້ຊິດເປັນປົກກະຕິ ບໍ່ວ່າຈະເປັນການລົມທາງໂທລະສັບ ຫຼືການໄປຢ້ຽມຢາມໂອ້ລົມ ເພື່ອເຮັດໃຫ້ຈິດໃຈສະຫງົບ ຄຽງຄູ່ກັນນັ້ນ, ກຸ່ມຄົນເຫຼົ່ານີ້ກໍຄວນໄດ້ຮັບການຊ່ວຍເຫຼືອຈາກສັງຄົມເປັນພິເສດ ເພາະເຂົາເຈົ້າມີຄວາມສ່ຽງສູງທີ່ສຸດທີ່ຈະພະຍາຍາມຂ້າຕົວເອງໃນຄັ້ງຕໍ່ໄປ.
ໃນຊີວິດຂອງຄົນໆໜຶ່ງມີຄຸນຄ່າ ເກີນກວ່າຈະປະເມີນໄດ້, ການແກ້ໄຂບັນຫາຊີວິດດ້ວຍການຂ້າຕົວເອງຕາຍເປັນຫົນທາງທີ່ຄວນຫຼີກລ່ຽງຢ່າງເດັດຂາດ ເພາະເປັນວິທີທີ່ບໍ່ຖືກກັບຈຸດທີ່ຈະຕ້ອງແກ້ໄຂ ເນື່ອງຈາກຮ່າງກາຍຂອງຄົນເປັນສິ່ງທີ່ບໍລິສຸດແລ້ວ ແຕ່ການສ້າງໃຫ້ຈິດໃຈເຂັ້ມແຂງ, ບໍ່ທໍ້ຖອຍກັບບັນຫາຕ່າງໆທີ່ຜ່ານເຂົ້າມາໃນຊີວິດ ແລະມີຄວາມຫວັງ ເປັນສິ່ງທີ່ອາດເອົາຊະນະກັບ ການຄິດສັ້ນໆນີ້ໄດ້.