ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບລາງວັນ ສະຫະພັນບານເຕະດີເດັ່ນແຫ່ງປີ ປະເພດ Ruby
October 30, 2024 - 1:13 PM

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຮັບລາງວັນ ສະຫະພັນບານເຕະດີເດັ່ນແຫ່ງປີ (AFC Member Association of the Year) ປະເພດ Ruby. ພິທີມອບ-ຮັບລາງວັນດັ່ງກ່າວຈັດຂຶ້ນໃນວັນທີ 29 ຕຸລາ 2024 ທີ່ງານ AFC Annual Awards ທີ່ປະເທດ ສ. ເກົາຫຼີ ເຊິ່ງເປັນຄັ້ງທໍາອິດທີ່ ສຕລ ໄດ້ຮັບລາງວັນນີ້.
ການໄດ້ຮັບລາງວັນຄັ້ງນີ້ ແມ່ນໝາກຜົນມາຈາກການພັດທະນາກິລາບານເຕະຮອບດ້ານໄລຍະ 1 ປີຜ່ານມາ ເຊັ່ນ: ການຈັດການແຂ່ງຂັນພາຍໃນທຸກໆລຸ້ນອາຍຸ, ການພັດທະນາຄູຝຶກ, ການພັດທະນາບານເຕະຂັ້ນພື້ນຖານ, ການຍົກລະດັບກິລາ ບານເຕະຍິງ, ການເຂົ້າຮ່ວມການແຂ່ງຂັນ AFC ຮອບສຸດທ້າຍ, ການພັດທະນາໂຄງລ່າງພື້ນຖານກິລາບານເຕະ, ການມີສັກກະຍາພາບໃນການເຈົ້າພາບການແຂ່ງຂັນຂອງ AFC, ການສ້າງ ຫຼື ປັບປຸງນິຕິກໍາຄຸ້ມຄອງຢ່າງຄົບຖ້ວນ ຕາມກົດລະບຽບຂອງ AFC.
ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ