ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້

ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້ - 111 17 - ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້
ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້ - kitchen vibe - ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້

      ຖ້າອິດສະລາແອນເປັນຝ່າຍຍື່ນເງື່ອນໄຂ, ແຕ່ຖ້າຢູ່ໃນລະດັບທີ່ຮັບໄດ້ ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາພ້ອມເຈລະຈາ.

       ທ່ານ ນາອິມ ກັສເຊັມ ຜູ້ນໍາສູງສຸດຂອງກຸ່ມແຮັດໂບລາ ກ່າວໃນວັນທີ 30 ຕຸລາຜ່ານມາ ເຊິ່ງເປັນການຖະແຫລງຢ່າງເປັນທາງການຄັ້ງທໍາອິດຫລັງຮັບຕໍາແໜ່ງວ່າ: ກຸ່ມແຮັດໂບລາຍັງມີປະສິດທິພາບຕ້ານທາງການໂຈມຕີທາງບົກ ແລະ ທາງອາກາດຂອງກອງທັບອິດສະລາແອນໄດ້ອີກຫລາຍເດືອນ.

ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້ - Visit Laos Visit SALANA BOUTIQUE HOTEL - ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້
ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້ - Visit Laos Visit SALANA BOUTIQUE HOTEL - ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້

      ເຖິງຢ່າງໃດກໍຕາມ, ຖ້າອິດສະລາແອນຕ້ອງການຢຸດຄວາມວຸ້ນວາຍທັງໝົດ ກຸ່ມແຮັດໂບລາຍອມຮັບ, ແຕ່ຕ້ອງຢູ່ພາຍໃຕ້ເງື່ອນໄຂທີ່ເໝາະສົມເຊັ່ນກັນ.

      ຂະນະທີ່ທ່ານ ນາຈິບ ມິກາຕີ ນາຍົກລັດຖະມົນຕີລີບັງ ສະແດງຄວາມຫວັງ ພາຍຫລັງຫາລືກັບທ່ານ ອາມອສ ໂຮໄຕ ຜູ້ແທນພິເສດທາງການທູດຂອງອາເມລິກາດ້ານກິດຈະການລີບັງວ່າ: ອິດສະລາແອນ ແລະ ກຸ່ມແຮັດໂບລາອາດຈະສາມາດບັນລຸຂໍ້ຕົກລົງຢຸດຍິງຮ່ວມກັນໄດ້ໃນມໍ່ໆນີ້ ແລະ ອາດຈະເກີດຂຶ້ນກ່ອນວັນທີ 5 ພະຈິກ ເຊິ່ງເປັນວັນເລືອກຕັ້ງປະທານາທິບໍດີອາເມລິກາ.

     ອີກດ້ານໜຶ່ງ, ສະຖານີໂທລະພາບຊ່ອງ 12 ຂອງອິດສະລາແອນ ລາຍງານໂດຍອ້າງຂໍ້ມູນຈາກແຫລ່ງຂ່າວກ່ຽວກັບກອງປະຊຸມຄະນະລັດຖະບານອິດສະລາແອນ ໃນວັນທີ 29 ຕຸລາຜ່ານມາວ່າ: ມີການຫາລືກ່ຽວກັບແນວທາງຢຸດຍິງກັບກຸ່ມແຮັດໂບລາເປັນເວລາ 60 ວັນ ເຊິ່ງເງື່ອນໄຂຂອງອິດສະລາແອນ ລວມທັງກຸ່ມແຮັດໂບລາຕ້ອງຖອນກໍາລັງອອກຈາກທາງເໜືອຂອງແມ່ນໍ້າລິຕານີ ທີ່ຢູ່ຫ່າງຈາກຊາຍແດນທາງເໜືອຂອງອິດສະລາແອນປະມານ 30 ກິໂລແມັດ ແລະ ໃຫ້ທະຫານລີບັງເຂົ້າມາປະຈໍາການແທນ.

ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້ - 4 - ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້
ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້ - 5 - ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້
ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້ - 3 - ຜູ້ນໍາຄົນໃໝ່ຂອງກຸ່ມແຮັດໂບລາສົ່ງສັນຍານພ້ອມເຈລະຈາ ຖ້າອິດສະລາແອນຍື່ນຂໍ້ສະເໜີທີ່ຮັບໄດ້