ລ໋ອບສະເຕດຽມ ກຽມເປີດແຂ່ງຂັນບານເຕະເຍົາວະຊົນທ້າຍອາທິດນີ້
November 16, 2017 - 4:21 PM




ທ່ານ ອາລ໋ອບ ມະນີບົດ ເຈົ້າຂອງສະໜາມກິລາລ໋ອບ ສະເຕດຽມ ໃຫ້ສໍາພາດວ່າ: ເພື່ອສ້າງຂະບວນການຂອງ ວົງການກິລາໃຫ້ຄຶກຄື້ນມ່ວນຊື່ນ ພ້ອມທັງເປັນການສ້າງຂະ ບວນຂໍ່ານັບຮັບຕ້ອນວັນທີ 2 ທັນວາຄົບຮອບ 42 ປີ ທີ່ໃກ້ ຈະມາເຖິງນີ້ໃຫ້ມີຄວາມໝາຍຄວາມສໍາຄັນແລ້ວ ດັ່ງນັ້ນ, ທາງຄະນະຂອງພວກເຮົາຈຶ່ງຈັດການແຂ່ງຂັນຄັ້ງນີ້ຂຶ້ນມາ. ເຊິ່ງການແຂ່ງຂັນຄັ້ງນີ້ນອກ ຈາກຈະເປັນການແຂ່ງຂັນ ສ້າງຂະບວນການແລ້ວ ຍັງ ເປັນການຮັດແໜ້ນຄວາມສາມັກຄີຂອງບັນດານັກກິລາແຕ່ລະທີມ, ສະໂມສອນພາຍໃນ ລວມເຖິງສ້າງອະນາຄົດຂອງຮຸ່ນສືບທອດ. ໃນນັ້ນ, ຍັງເປັນ ການປູກຈິດສໍານຶກໃຫ້ເຍົາວະຊົນລາວຫັນມາຫລິ້ນກິລານັບມື້ນັບຫລາຍຂຶ້ນ, ສົ່ງເສີມໃຫ້ ເຍົາວະຊົນລາວຫ່າງໄກຈາກສິ່ງເສບຕິດ ພ້ອມທັງເປັນການ ຝຶກຊ້ອມນັກກິລາໃຫ້ມີຄວາມສາມາດ ແລະ ທັກສະການ ຫລິ້ນແບບເປັນທີມເພື່ອກ້າວ ເຂົ້າສູ່ເປັນນັກກິລາອາຊີບໄດ້ ໃນອະນາຄົດ. ສໍາລັບການ ແຂ່ງຂັນພວກເຮົາຈະໄດ້ດໍາ ເນີນເປັນເວລາ 1 ວັນຄືວັນທີ 19 ພະຈິກນີ້ ໂດຍຈະມີ 4 ທີມ ເຂົ້າຮ່ວມ ເຊິ່ງຈະເລີ່ມແຂ່ງຂັນ ເວລາ 7:00 ໂມງເຊົ້າ ທີ່ສະ ໜາມກິລາລ໋ອບສະເຕດຽມ ບ້ານ ຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງຮູບແບບການແຂ່ງຂັນແຕ່ ລະທີມຈະພົບກັນໝົດເພື່ອຄັດ ເລືອກທີມອັນດັບທີ 1, ສໍາລັບ ລາງວັນອັນດັບທີ 1 ຈະໄດ້ຮັບ ຂັນລາງວັນ.